• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໝີຕົ້ນສະເໝີປາຍເຄົາລົບ, ປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລຢ່າງຄົບຖ້ວນ

UNCLOS ໄດ້ກາຍເປັນເອກະສານນິຕິກຳສຳຄັນແຖວໜ້າ ແລະ ແມ່ນໜຶ່ງໃນບັນດາຜົນງານໃຫຍ່ຫຼວງທີ່ສຸດກ່ຽວກັບກົດໝາຍສາກົນຂອງປະຊາຄົມສາກົນໃນສະຕະວັດທີ 20.
ທ່ານ ຫງວຽນມິງຫວູ້, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ (ພາບ: TTXVN)

ຕອນເຊົ້າວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ມີຜົນສັກສິດ (1994 – 2024). ທີ່ພິທີ, ທ່ານ ຫງວຽນມິງຫວູ້, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ, ຊີ້ແຈ້ງວ່າ UNCLOS ໄດ້ກາຍເປັນເອກະສານນິຕິກຳສຳຄັນແຖວໜ້າ ແລະ ແມ່ນໜຶ່ງໃນບັນດາຜົນງານໃຫຍ່ຫຼວງທີ່ສຸດກ່ຽວກັບກົດໝາຍສາກົນຂອງປະຊາຄົມສາກົນໃນສະຕະວັດທີ 20. ໂດຍແມ່ນປະເທດຢູ່ແຄມທະເລ, ເລື່ອງເຄົາລົບ ແລະ ປະຕິບັດຢ່າງຄົບຖ້ວນ, ມີຄວາມຮັບຜິດຊອບຕໍ່ບັນດາຂໍ້ກຳນົດຂອງ UNCLOS ແມ່ນສອດຄ່ອງ ແລະ ສະເໝີຕົ້ນສະເໝີປາຍກັບແຜນນະໂຍບາຍ, ນະໂຍບາຍຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ດ້ວຍຈິດໃຈເຄົາລົບກົດໝາຍ, ຫວຽດນາມ ມີແຜນນະໂຍບາຍຢືດໝັ້ນແກ້ໄຂບັນດາການຂັດແຍ້ງກັນທາງທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS.

        ເພື່ອປະຕິບັດແຜນນະໂຍບາຍດັ່ງກ່າວ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນການແກ້ໄຂບັນດາບັນຫາຈັດແບ່ງເສັ້ນແດນທາງທະເລກັບປະເທດບ້ານໃກ້ເຮືອນຄຽງ; ຫວຽດນາມ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກົນໄກສາກົນທີ່ໄດ້ສ້າງຂຶ້ນຕາມສົນທິສັນຍາ, ປະກອບຫຼາຍຂໍ້ລິເລີມທີ່ພົ້ນເດັ່ນ, ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ, ສະແດງໃຫ້ເຫັນບົດບາດຂອງ ຫວຽດນາມ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງເຖິງທະເລ ແລະ ມະຫາສະໝຸດ, ຄືຢູ່ບັນດາວິວັດທະນາການມະຫາສະໝຸດ ແລະ ກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top