• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວັນ​ທີ 3 ພະ​ຈິກ​, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
  ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດໃນກອງປະຊຸມອອນໄລ (ພາບ: VNA)  

ນີ້​ແມ່ນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ສຳ​ຄັນ​ທີ່​ສຸດ​ໃນ​ປີ ເພື່ອ​ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ເສດ​ຖະ​ກິດ ພາກ​ພື້ນ​, ກວດ​ກາ​ຄືນ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ປີ ແລະ ກະ​ກຽມ​ເນື້ອ​ໃນ​ຮັບ​ໃຊ້​ກອງ​ປະ​ຊຸມ​ຂັ້ນ​ສູງ APEC 33 ຢູ່​ເຊີນ​ເຈີ້ນ, ປະ​ເທດ ຈີນ​. ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ສອງ​ເນື້ອ​ໃນ​ໃຫຍ່​, ຄື​: ການຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ ອາ​ຊີ - ປາ​ຊີ​ຟິກ ແລະ ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ທາງເສດ​ຖະ​ກິດ ເພື່ອ​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​.

​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​, ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຍົກ​ອອກ 3 ຂໍ້​ສະ​ເໜີ​ກຳ​ນົດ​ທິດ​ທາງ​ໃຫ້​ພາກ​ພື້ນ​. ທີ​ໜຶ່ງ​ແມ່ນ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສະ​ມັດ​ຕະ​ພາບ​ຜ່ານ​ການ​ຍູ້​ແຮງ​ການ​ການນຳ​ໃຊ້ປັນ​ຍາ​ປະ​ດິດ (AI), ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ ​ຢ່າງມີ​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ສິດ​ທິ​ຜົນ ​, ສ້າງ​ສະ​ພາບ​ແວດ​ລ້ອມອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​​ແກ່ການ​ຄົ້ນ​ຄ້ວາ ແລະ ພັດ​ທະ​ນາ​, ພັດ​ທະ​ນາ​ເຄືອ​ຂ່າຍ​ປ່ຽນ​ໃໝ່​ນະ​ວັດ​ຕະ​ກຳ​ພາກ​ພື້ນ​, ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ວຍ​ທັກ​ສະ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​​ຂອງອະ​ນາ​ຄົດ​. ທີ​ສອງ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ເປີດ ແລະ ເຊື່ອມ​ຕໍ່​, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ແລກ​ປ່ຽນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​, ແກ້​ໄຂ​ບັນ​ດາ​ຂອດ​ຕິດ​ຂັດ​ໃນ​ລະ​ບົບ​​ຕ່ອງ​ໂສ້ການ​ສະ​ໜອງ​, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​ລະ​ບອບ​,​ ພື້ນ​ຖານ​ໂຄງ​ລ່າງ ແລະ ດີ​ຈີ​ຕອນ​, ຊຸກ​ຍູ້ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​. ທີ​ສາມ​ແມ່ນ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​, ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການຮ່ວມ​ມືຮັບປະ​ກັນ​ຄວາມ​ປອດ​ໄພ​ດ້ານທັນ​ຍາ​ຫານ​, ພະ​ລັງ​ງານ​, ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຫ້​ຍືນ​ຍົງ​...

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top