• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີ 3 ຂໍ້ກຳນົດທິດທາງຮ່ວມມືລະຫວ່າງ ອາຊຽນ - ຈີນ

ການຜັນຂະຫຍາຍການຕັດສິນ ແລະ ຂໍ້ຕົກລົງຂອງການນຳ 2 ຝ່າຍທັງໝົດ, ເພີ່ມທະວີບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ (ພາບ: mofa.gov.vn)

 ໃນລະຫວ່າງວັນທີ 12 – 13 ກຸມພາ, ກອງປະຊຸມທາບທາມຄວາມເຫັນເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 31, ທີ່ຈັດຂຶ້ນຢູ່ນະຄອນທ່າກຳປັ່ນ ໜິງປົວ,ແຂວງ ຈຽນແຈ໋ງ, ຈີນ. ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໄດ້ສະເໜີ 3 ຂໍ້ກຳນົດທິດຮ່ວມມື, ລວມມີ ການຜັນຂະຫຍາຍການຕັດສິນ ແລະ ຂໍ້ຕົກລົງຂອງການນຳ 2 ຝ່າຍທັງໝົດ, ເພີ່ມທະວີບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ, ຄື: ອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກຳຂ້າມຊາດ, ຫຼອກລວງທາງອິນເຕີເນັດ ແລະ ເປີດກວ້າງການຮ່ວມມືຢູ່ເຂດອະນຸພາກພື້ນ, ໃນນັ້ນ, ມີເຂດອະນຸພາກພື້ນແມ່ນ້ຳຂອງ ໃນການແກ້ໄຂບັນດາບັນຫາ, ຄື: ຄ້ຳປະກັນຄວາມປອດໄພແຫຼ່ງນ້ຳ, ຄຸ້ມຄອງແຫຼ່ງນ້ຳແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ…

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ເຮັດວຽກກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ຊວັນໄອຕຸງ, ເພື່ອແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນການພົວພັນ 2 ຝ່າຍ, ກໍຄືການຮ່ວມມືຂອງ 2 ປະເທດຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ, ຄື: ອາຊຽນ, ສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ກົນໄກ, ນະໂຍບາຍເພື່ອດຶງດູດທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາວິທະຍາສາດເຕັກໂລໂຊຊີ

ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ນະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຂໍ້ຕິດຄັດໃນການເຄື່ອນໄຫວວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ

Top