• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີໃຫ້ ມຽນມາຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ

ຕໍ່ໜ້າສະພາບການດັ່ງກ່າວ, ສະຖານທູດ ຫວຽດນາມ ປະຈຳ ມຽນມາ ໄດ້ສະເໜີໃຫ້ຝ່າຍ ມຽນມີ ມີວິທີການໜູນຊ່ວຍ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ໃຫ້ແກ່ພົນລະເມືອງ ຫວຽດນາມ.
ພາບປະກອບ

ວັນທີ 13 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ມຽນມາ ໃຫ້ຮູ້ວ່າ: ໃນຊຸມວັນຜ່ານມາ, ສະພາບຄວາມໝັ້ນຄົງຢູ່ບັນດາລັດທາງພາກເໜືອ ມຽນມາ ມີການຜັນແປສັບສົນຫຼາຍຢ່າງ. ນີ້ແມ່ນແມ່ນເຂດທີ່ມີພົນລະເມືອງ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເປັນຈຳນວນຫຼວງຫຼາຍ. ຕໍ່ໜ້າສະພາບການດັ່ງກ່າວ, ສະຖານທູດ ຫວຽດນາມ ປະຈຳ ມຽນມາ ໄດ້ສະເໜີໃຫ້ຝ່າຍ ມຽນມີ ມີວິທີການໜູນຊ່ວຍ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ໃຫ້ແກ່ພົນລະເມືອງ ຫວຽດນາມ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງ ຫວຽດນາມ ຍົກຍ້າຍອອກຈາກເຂດອັນຕະລາຍ. ກະຊວງການຕ່າງປະເທດ ຫວຽດນາມ ກໍ່ເປັນເຈົ້າການໃນການແລກປ່ຽນຂໍ້ມູນກັບບັນດາອົງການກ່ຽວຂ້ອງຂອງ ຈີນ, ມຽນມາ ເພື່ອສະເໜີການໜູນຊ່ວຍ ຫວຽດນາມ ໃນວຽກງານປົກປ້ອງພົນລະເມືອງຢູ່ພາກພື້ນ.

ກະຊວງການຕ່າງປະເທດສືບຕໍ່ກ່າວເຕືອນພົນລະເມືອງ ຫວຽດນາມ ຖ້າຫາກບໍ່ມີຄວາມຈຳເປັນ, ບໍ່ຄວນໄປ ຫຼື ຫຼີກລ້ຽງການໄປຍັງເຂດລັດ Shan, ລັດ Kayin ແລະ ລັດ Rakhine, ປະເທດ ມຽນມາ. ໃນກໍລະນີສຸກເສີນ, ພົນລະເມືອງອາດສາມາດຕິດຕໍ່ຕາມເບີໂທລະສັບສາຍດ່ວນປົກປ້ອງພົນລະເມືອງ:

+ ສະຖານທູດ ຫວຽດນາມ ປະຈຳ ມຽນມາ: +959660888998

+ ເບີໂທປົກປ້ອງພົນລະເມືອງຂອງກົມກົງສູນ, ກະຊວງການຕ່າງປະເທດ: + 84 981 84 84 84; + 84 965 41 11 18. ອີເມວ: baohocongdan@gmail.com.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top