ການຕີລາຄາການຮັບມືກັບໂລກລະບາດ Covid - 19 ຂອງບັນດາປະເທດ ໃນໂລກ
(ພາບ: YouGov/Statista)
ຕາມຂໍ້ມູນສຳຫຼວດຫວ່າງແລ້ວນີ້ຈາກ YouGov ເຊິ່ງແມ່ນບໍລິສັດໄຈ້ແຍກຂໍ້ມູນ ແລະ ຄົ້ນຄ້ວາຕະຫຼາດມີສຳນັກງານຕັ້ງຢູ່ອັງກິດ ໃຫ້ຮູ້ວ່າຄວາມສາມາດ, ປະຕິກິລິຍາຮັບມືຕໍ່ໂລກລະບາດ ຂອງບັນດາປະເທດ ມີຄວາມແຕກຕ່າງກັນຫຼາຍ, ນັບທັງປະສິດທິຜົນ ແລະ ລະດັບຄວາມເຫັນດີເຫັນພ້ອມຂອງວົງຄະນະຍາດ.
ຕາມຕາຕະລາງຈັດອັນດັບຂອງ YouGov ແລ້ວ, ຫວຽດນາມຢືນຢູ່ແຖວໜ້າໃນບັນດາປະເທດທີ່ມີການຮັບມືກັບໂລກລະບາດ Covid – 19 ດີທີ່ສຸດໃນໂລກ, ໃນນັ້ນ, ຄວາມສາມາດໃນການແກ້ໄຂຂອງລັດຖະບານຕໍ່ໂລກລະບາດ Covid – 19 ໄດ້ຮັບການຕີລາຄາສູງເຖິງ 95%, ເຊິ່ງແມ່ນ “ລະດັບແກ້ໄຂດີຫຼາຍ”. ມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 300 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.
(ແຫຼ່ງຄັດຈາກ VOV)