ຂ່າວສານ

ຫວຽດນາມ ຢືນຢູ່ແຖວໜ້າໃນໂລກກ່ຽວກັບຄວາມສາມາດຮັບມືກັບໂລກລະບາດ Covid – 19

      ໂລກລະບາດ Covid – 19 ໄດ້ສົ່ງຜົນສະທ້ອນຕໍ່ບັນດາປະເທດໃນໂລກເກືອບທັງໝົດ. ເຖິງຢ່າງໃດກໍ່ຕາມ, ລະດັບການກະທົບຂອງໂລກລະບາດຕໍ່ບັນດາປະເທດແມ່ນແຕກຕ່າງກັນຫຼາຍທີ່ສຸດ, ສ່ວນໜຶ່ງແມ່ນກ່ຽວຂ້ອງເຖິງການແກ້ໄຂຂອງລັດຖະບານປະເທດຕ່າງໆ.

ການຕີລາຄາການຮັບມືກັບໂລກລະບາດ Covid - 19 ຂອງບັນດາປະເທດ ໃນໂລກ
(ພາບ: YouGov/Statista)
      ຕາມຂໍ້ມູນສຳຫຼວດຫວ່າງແລ້ວນີ້ຈາກ YouGov ເຊິ່ງແມ່ນບໍລິສັດໄຈ້ແຍກຂໍ້ມູນ  ແລະ ຄົ້ນຄ້ວາຕະຫຼາດມີສຳນັກງານຕັ້ງຢູ່ອັງກິດ ໃຫ້ຮູ້ວ່າຄວາມສາມາດ, ປະຕິກິລິຍາຮັບມືຕໍ່ໂລກລະບາດ ຂອງບັນດາປະເທດ ມີຄວາມແຕກຕ່າງກັນຫຼາຍ, ນັບທັງປະສິດທິຜົນ ແລະ ລະດັບຄວາມເຫັນດີເຫັນພ້ອມຂອງວົງຄະນະຍາດ.
            ຕາມຕາຕະລາງຈັດອັນດັບຂອງ YouGov ແລ້ວ, ຫວຽດນາມຢືນຢູ່ແຖວໜ້າໃນບັນດາປະເທດທີ່ມີການຮັບມືກັບໂລກລະບາດ Covid – 19 ດີທີ່ສຸດໃນໂລກ, ໃນນັ້ນ, ຄວາມສາມາດໃນການແກ້ໄຂຂອງລັດຖະບານຕໍ່ໂລກລະບາດ Covid – 19 ໄດ້ຮັບການຕີລາຄາສູງເຖິງ 95%, ເຊິ່ງແມ່ນ “ລະດັບແກ້ໄຂດີຫຼາຍ”. ມາຮອດປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 300 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.
(ແຫຼ່ງຄັດຈາກ VOV)


top