• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນຄວາມມານະພະຍາຍາມເພື້ອບັນດາເປົ້າໝາຍພັດທະນາແບບຍືນຍົງ

ການຜັນຂະຫຍາຍປະຕິບັດບັນດາ SDG ຢູ່ ຫວຽດນາມ ໄດ້ລະດົມການເຂົ້າຮ່ວມ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນວຽກງານລວມຂອງທຸກຝ່າຍທີ່ກ່ຽວຂ້ອງ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ (ພາບ: TTXVN)
ໂດຍປະຕິບັດບັນດາຄຳໝັ້ນສັນຍາສາກົນ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໃຫ້ປະກົດຜົນເປັນຈິງ ແລະ ວຽກງານຜັນຂະຫຍາຍໄດ້ຫັນເປັນລະອຽດຢູ່ໃນບັນດານະໂຍບາຍແຫ່ງຊາດ, ຂະແໜງ, ຂົງເຂດ ແລະ ທ້ອງຖິ່ນ. ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ, ໃນວັນທີ 25 ກຸມພາ, ທີ່ພິທີໄຂເວທີປາໄສພັດທະນາແບບຍືນຍົງ ອາຊີ - ປາຊີຟິກ (APFSD) ຄັ້ງທີ 21 ຢູ່ ບາງກອກ, ໄທ. ທ່ານ ຟ້າມຫວຽດຮຸ່ງ ເນັ້ນໜັກວ່າ, ການຜັນຂະຫຍາຍປະຕິບັດບັນດາ SDG ຢູ່ ຫວຽດນາມ ໄດ້ລະດົມການເຂົ້າຮ່ວມ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນວຽກງານລວມຂອງທຸກຝ່າຍທີ່ກ່ຽວຂ້ອງ ແລະ ວຽກງານຕິດຕາມ, ຕີລາຄາການປະຕິບັດມີລັກສະນະຢ່າງຕໍ່ເນື່ອງ, ເປັນປະຈຳ. ທ່ານສະແດງໃຫ້ເຫັນວ່າ, ທີ່ເວທີປາໄສນີ້, ຫວຽດນາມ ປາດຖະໜາວ່າ ບັນດາປະເທດຢູ່ພາກພື້ນຈະພ້ອມກັນປຶກສາຫາລື ແລະ ຫັນ “ສົນທິສັນຍາອະນາຄົດ” ໃຫ້ປະກົນຜົນເປັນຈິງ ຢຸ່ພາກພື້ນ ເພື່ອປະກອບສ່ວນຢ່າງແທດຈິງໃຫ້ແກ່ຄວາມມານະພະຍາຍາມຂອງທົ່ວໂລກໃນການປະຕິບັດໂຄງການດຳເນີນງານ 2030 ແລະ ບັນດາ SDG.

(ແຫຼ່ງຄັດຈາກ VOV)

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.

Top