• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືນຢັນການສະໜັບສະໜູນແລະສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ UNMISS

      ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ໃນສະພາບທີ່ປະເທດນີ້ກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນຍາດໄດ້ເອກະລາດ
(ກອງປະຊຸມນັດສາມັນກ່ຽວກັບສະພາບການ ຊູດັງໃຕ້)
      ວັນທີ 21 ມິຖຸນາ (ຕາມເວລານິວຢອກ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມນັດສາມັນກ່ຽວກັບສະພາບການ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ປະເທດນີ້ (UNMISS). ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ໃນສະພາບທີ່ປະເທດນີ້ກະກຽມສະເຫຼີມສະຫຼອງ 10 ປີແຫ່ງວັນຍາດໄດ້ເອກະລາດ; ທ່ານກໍ່ຕີລາຄາສູງບົດບາດຂອງ UNMISS, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງຢູ່ພາກພື້ນໃນວິວັດທະນາຊຸກຍູ້ສັນຕິພາບ ແລະ ການພັດທະນາຢູ່ ຊູດັງໃຕ້ ແລະ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ UNMISS ແລະ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຄະນະປະຕິບັດງານ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ລັດຖະບານ ຊູດັງໃຕ້ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຮ່ວມມືກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງກ່ຽວກັບ ຊູດັງໃຕ້, ໃນນັ້ນມີມະຕິເລກທີ 2577 ເພື່ອແນໃສ່ມຸ່ງໄປເຖິງເລື່ອງຍົກເລີກຄຳສັ່ງຂວ້ຳບາດຫ້າມອາວຸດທີ່ກ່ຽວຂ້ອງເຖິງປະເທດນີ້.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top