• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢືດໝັ້ນສະໜັບສະໜູນສິດຊອບທຳຂອງປະຊາຊົນ ປາແລັດສະຕິນ

ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ເນັ້ນໜັກເຖິງສະພາບຂາດສະຖຽນລະພາບຢູ່ ຕາເວັນອອກກາງ, ຄວາມປອດໄພຂອງປະຊາຊົນ ແລະ ບັນດາກິດຈະກຳພົນລະເຮືອນທີ່ຈຳເປັນຕ້ອງໄດ້ຮັບການປົກປ້ອງ
  ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ. (ພາບ: VNA)  

ວັນ​ທີ 28 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ວາ​ລະ​ປືກ​ສາ​ຫາ​ລື​ເປີດ​ກ່ຽວ​ກັບ “ສະ​ພາບ​ການ​ ຕາ​ເວັນ​ອອກ​ກາງ, ລວມ​ມີບັນ​ຫາ ປາ​ແລັດ​ສະ​ຕິນ”, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສປ. ກົງ​ໂກ, ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ເດືອນ ກໍ​ລະ​ກົດ 2026.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປ​ະ​ຊຸມ, ທ່ານ ຫງວຽນ​ຫາຍ​ລຶວ, ອັກ​ຄະ​ລັດ​ຖະ​ທູດ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ, ເນັ້ນ​ໜັກ​ເຖິງ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ ຕາ​ເວັນ​ອອກ​ກາງ, ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ກິດ​ຈ​ະ​ກຳ​ພົນ​ລະ​ເຮືອນ​ທີ່ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ; ຄວາມ​ໝັ້ນ​ຄົງ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ ຕ້ອງ​ໄດ້​ຮັກ​ສາ​ໃຫ້​ສ​ອ​ດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຜູ້​ຕາງ​ໜ້າ ຫວຽດ​ນາມ ໄດ້​ຊົມ​ເຊີຍ​ເລື່ອງ ອາ​ເມ​ລິ​ກາ ແລະ ອີ​ຣານ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່​ເພື່ອ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຢຸ​ດ​ຕິ​ການ​ປະ​ທະ​ກັນ; ທ່ານ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ລະ​ງັບ​ໃຈ ແລະ ມີ​ເຈດ​ຕະ​ນາ​ທີ່ດີ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົ​ງ​ທີ່​ບັນ​ລ​ຸ​ໄດ້.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫງວຽນ​ຫາຍ​ລຶວ, ໄດ້​ຢືນ​ຢັນ​ຄືນ​ໃໝ່​ເລື່ອງ ຫວຽດ​ນາມ ຢຶດ​ໝັ້ນ​ການ​ສະ​ໜັບ​ສະ​ໜູນ​ສິດ​ອັນ​ຊອບ​ທຳ ແລະ ບໍ່​​ອາດ​ລະ​ເມີດ​ໄດ້​ຂອງ​ປະ​ຊາ​ຊົນ ປາ​ແລັດ​ສະ​ຕິນ; ພ້ອມ​ກັນ​ນັ້ນ ກໍ່ສືບ​ຕໍ່​ແກ້​ໄຂ​ມາດ​ຕະ​ການ 2 ລັດ ບົນ​ພື້ນ​ຖານ​ເສັ້ນ​ຊາຍ​ແດນ​ກ່ອນ​ປີ 1967, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ບັນ​ດາ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top