• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຢັ້ງຢືນສະໜັບສະໜູນວິວັດການປະຕິບັດນິຕິກຳ ສາກົນ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ກ່ຽວກັບສານຍຸຕິທຳສາກົນ

      ວັນທີ 28 ຕຸລາ, ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອປຶກສາຫາລື ກ່ຽວກັບບົດລາຍງານການປະຕິບັດວຽກງານໃນປີ 2021 ຂອງ ສານຍຸຕິທຳ ສາກົນ (ICJ).
ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການແກ້ໄຂຂໍ້ຂັດແຍ້ງສາກົນ ໂດຍສັນຕິວິທີ ແມ່ນໜຶ່ງໃນ ບັນດາຫຼັກການພື້ນຖານ ຂອງ ກົດໝາຍສາກົນ, ທ່ານຢັ້ງຢືນ ບັນດາປະເທດວ່າ ອາດຈະເລືອກເອົາຫຼາຍວິທີການແກ້ໄຂຂໍ້ຂັດແຍ້ງຕາມຂໍ້ກຳນົດຂອງ ກົດບັດ ສປຊ, ໃນນັ້ນ ລວມມີກົນໄກພິພາກສາຂອງສານ, ບັນດາປະເທດມີພັນທະເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງ, ຄຳຕັດສິນ ຂອງ ອົງການສານ ສາກົນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ຫຼາຍວິວັດການທາງນິຕິກຳ ຢູ່ ICJ, ຫວຽດນາມປາດຖະໜາຢາກໃຫ້ ສານສືບຕໍ່ໜູນຊ່ວຍເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ປະເທດ ໃນການນຳໃຊ້ກົນໄກອຳນາດສາດ, ກຳມະການ ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ້ງ.
(ແຫຼ່ງຄັດຈາກ VOV)

ຫງວຽນທູກວຽນ - ເອື້ອຍຄູນຳໜ້າໃນການໜູນເຕັກໂນໂລຊີເໝືອນຈິງເຂົ້າໃນການສອນ

ຫງວຽນທູກວຽນ - ເອື້ອຍຄູນຳໜ້າໃນການໜູນເຕັກໂນໂລຊີເໝືອນຈິງເຂົ້າໃນການສອນ

ໂດຍແມ່ນໜຶ່ງໃນບັນດາຄູສອນນຳໜ້າໃນການປ່ຽນແປງໃໝ່ວິທີການສອນຢູ່ໂຮງຮຽນມັດທະຍົມຕອນປາຍ ລົງເລິກວິຊາ ຫງວຽນຈ໊າຍ ທີ່ນະຄອນ ຫ໋າຍຟ່ອງ, ປອ ຫງວຽນທູກວຽນ ໄດ້ໜູນໃຊ້ເຕັກໂນໂລຊີເໝືອນຈິງ ແລະ ປັນຍາປະດິດເຂົ້າໃນບັນດາຊົ່ວໂມງຮຽນວິຊາປະຫວັດສາດ. ຍ້ອນແນວນັ້ນບັນດາຊົ່ວໂມງຮຽນໄດ້ມີຊີວິດຊີວາຊ່ວຍນັກຮຽນຮັບເອົາຄວາມຮູ້ ແລະ ເພີ່ມຄວາມຊົມຊອບວິຊາປະຫວັດສາດ.

Top