ຂ່າວສານ

ຫວຽດນາມ ຢັ້ງຢືນສະໜັບສະໜູນວິວັດການປະຕິບັດນິຕິກຳ ສາກົນ ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ກ່ຽວກັບສານຍຸຕິທຳສາກົນ

      ວັນທີ 28 ຕຸລາ, ສະມັດຊາໃຫຍ່ ສປຊ ຊຸດທີ 76 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອປຶກສາຫາລື ກ່ຽວກັບບົດລາຍງານການປະຕິບັດວຽກງານໃນປີ 2021 ຂອງ ສານຍຸຕິທຳ ສາກົນ (ICJ).
ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ການແກ້ໄຂຂໍ້ຂັດແຍ້ງສາກົນ ໂດຍສັນຕິວິທີ ແມ່ນໜຶ່ງໃນ ບັນດາຫຼັກການພື້ນຖານ ຂອງ ກົດໝາຍສາກົນ, ທ່ານຢັ້ງຢືນ ບັນດາປະເທດວ່າ ອາດຈະເລືອກເອົາຫຼາຍວິທີການແກ້ໄຂຂໍ້ຂັດແຍ້ງຕາມຂໍ້ກຳນົດຂອງ ກົດບັດ ສປຊ, ໃນນັ້ນ ລວມມີກົນໄກພິພາກສາຂອງສານ, ບັນດາປະເທດມີພັນທະເຄົາລົບ ແລະ ປະຕິບັດຕາມຂໍ້ຕົກລົງ, ຄຳຕັດສິນ ຂອງ ອົງການສານ ສາກົນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ເຂົ້າຮ່ວມປະກອບຄຳເຫັນໃສ່ຫຼາຍວິວັດການທາງນິຕິກຳ ຢູ່ ICJ, ຫວຽດນາມປາດຖະໜາຢາກໃຫ້ ສານສືບຕໍ່ໜູນຊ່ວຍເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ປະເທດ ໃນການນຳໃຊ້ກົນໄກອຳນາດສາດ, ກຳມະການ ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ້ງ.
(ແຫຼ່ງຄັດຈາກ VOV)


top