• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມຸ່ງ​ໄປ​ເຖິງ​ຄວາມ​ເປັນ​ເຈົ້າການ​ ແລະ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ທາງ​ດີ​ຈີ​ຕອນ​ແຫ່ງ​ຊາດ ກ່ຽວ​ກັບ AI

ຫວຽດນາມ ບໍ່ພຽງແຕ່ ການພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປູກລ້ຽງນະວັດຕະກຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງບັນດາສູນການຜະລິດອັດສະລິຍະທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມອີກດ້ວຍ.
ພາບປະກອບ: NIC

ຫວຽດນາມ ບືນຕົວຂຶ້ນກ່ຽວກັບຄວາມເປັນເຈົ້າການເທື່ອລະກ້າວ, ມຸ່ງໄປເຖິງການເປັນເຈົ້າການ ແລະ ຢັ້ງຢືນອະທິປະໄຕດີຈີຕອນແຫ່ງຊາດກ່ຽວກັບ AI. ນີ້ແມ່ນຂໍ້ມູນໄດ້ເນັ້ນໜັກ ຢູ່ກອງປະຊຸມສຳມະນາ “ປັນຍາປະດິດ (AI) - ໃນການຊຸກຍູ້ລະບົບນິເວດແຫ່ງການຜະລິດເຕັກໂນໂລຢີສູງ ແລະ ຊິບເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ” ທີ່ໄດ້ດຳເນີນໃນວັນທີ 8 ພະຈິກ ຢູ່ຮ່າໂນ້ຍ.

ຢູ່ກອງປະຊຸມສຳມະນາ, ທ່ານ ຫວູກວັກຮູຍ, ຜູ້ອຳນວຍການ NIC ຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ພັດທະນາເຕັກໂນໂລຢີເທົ່ານັ້ນ ຫາກຍັງມຸ່ງໄປເຖິງການປູກລ້ຽງນະວັດຕະກຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ສ້າງບັນດາສູນການຜະລິດອັດສະລິຍະທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມອີກດ້ວຍ. ທ່ານໃຫ້ຮູ້ວ່າ:

NIC ຈະສືບຕໍ່ຜັນຂະຫຍາຍບັນດາຍຸດທະສາດພັດທະນາ ຂະແໜງອຸດສາຫະກຳຊິບເຄິ່ງຊັກນຳໄຟຟ້າ ຂອງ ຫວຽດນາມ ຈົນຮອດປີ 2030 ແລະ ກຳນົດທິດຮອດປີ 2050 ກໍ່ຄືໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຈົນຮອດປີ 2050 ໂດຍນາຍົກລັດຖະມົນຕີ ປະກາດໃຊ້.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top