• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 100 ປີສູນນະວັດຕະກຳໃນທົ່ວປະເທດ

ຕາມແຜນຮ່າງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ບັນດາສູນນະວັດຕະກຳນີ້ຈະເປັນຂົວຕໍ່ ແລະ ແບ່ງປັນຜົນປະໂຫຍດຈາການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ.
(ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ)

ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ 100 ປີສູນນະວັດຕະກຳໃນທົ່ວປະເທດ, ໃນນັ້ນ, ແຕ່ລະທ້ອງຖິ່ນ, ແຕ່ລະກະຊວງ, ຂະແໜງການມີຢ່າງໜ້ອຍສຸດ 1 ສູນນະວັດຕະກຳ. ນີ້ແມ່ນຂໍ້ມູນຕົ້ນຕໍ່ທີ່ໄດ້ຍົກອອກມາໃນເວທີປາໄສນະໂຍບາຍນະວັດຕະກຳລະດັບຊາດ ໂດຍກົມນະວັດຕະກຳ (ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ) ແລະ ສູນນະວັດຕະກຳແຫ່ງຊາດ (ກະຊວງການເງິນ) ສົມທົບກັນຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ.

        ຕາມແຜນຮ່າງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ບັນດາສູນນະວັດຕະກຳນີ້ຈະເປັນຂົວຕໍ່ ແລະ ແບ່ງປັນຜົນປະໂຫຍດຈາການຄົ້ນຄວ້າ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ແລະ ຍືນຍົນໃນລະບົບຊີວະພາບນະວັດຕະກຳແຫ່ງຊາດ. ທ່ານ ຫງວຽນມາຍເຢືອງ, ຫົວໜ້າກົມນະວັດຕະກຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊີ້ແຈ້ງວ່າ:

        “ຈິດໃຈນະວັດຕະກຳ, ຈິດໃຈເລີ່ມຕົ້ນທຸລະກິດ ຕ້ອງໄດ້ຮັບການຫຼໍ່ຫຼອມ, ບຳລຸງສ້າງ ແລະ ຕ້ອງໄດ້ສົ່ງເສີມຈາກປະຊາຊົນແຕ່ລະຄົນ ແລະ ແຕ່ລະຄົນຈະແມ່ນຜູ້ນະວັດຕະກຳໜຶ່ງ. ມີຈິດໃຈນັ້ນ, ພວກເຮົາຈຶ່ງມີຫຼາຍວິສາຫະກິດພັດທະນາຢ່າງແຮງ, ມີຫຼາຍວິສາຫະກິດນຳພາດ້ານເຕັກໂນໂລຊີ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ”.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top