ຕາມຕົວເລກຂອງກົມສະຖິຕິ (ກະຊວງການເງິນ ຫວຽດນາມ) ທີ່ຫາກໍ່ປະກາດແລ້ວ, ໃນເດືອນ ມິຖຸນາ 2026 ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 1,7 ລ້ານເທື່ອຄົນ. ໄລ່ລວມ 6 ເດືອນຂອງປີ 2026, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ບັນລຸເກືອບ 12,3 ລ້ານເທື່ອຄົນ, ມີລາຍຮັບກວ່າ 9 ຕື້ USD. ດ້ວຍໝາກຜົນດັ່ງກ່າວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສຳເລັດເກືອບ 50% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.
ກ່ຽວກັບຂອບຂະໜາດຕະຫຼາດ, ໃນ 6 ເດືອນຕົ້ນປີ 2026, ຈີນ, ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດມີແຂກທ່ອງທ່ຽວມາຫຼາຍທີ່ສຸດ, ກວມເອົາປະມານ 40% ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ. ຖັດຈາກນັ້ນແມ່ນຕະຫຼາດ ລັດເຊຍ, ໄຕ້ຫວັນ (ຈີນ), ອາເມລິກາ, ຍີ່ປຸ່ນ…
ທາງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງຈະຊຸກຍູ້ການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ມຸ່ງໄປເຖິງແຂກທ່ອງທ່ຽວທີ່ມີລາຍຈ່າຍສູງ ແລະ ພັກເຊົ່າດົນ.






