• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມປະຕິບັດສຳເລັດການທູດວັກຊິນ

      ນັບແຕ່ຫົວທີ, ເມື່ອໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຫວຽດນາມ, ກົມການເມືອງ, ຄະນະເລຂາພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຄາດຄະເນ, ຊີ້ນຳວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ໃນວົງກ້ວາງໂດຍໄວ, ໃນນັ້ນມີການຜັນຂະຫຍາຍຍຸດທະສາດວັກຊິນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ
      ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໂດຍກົງ ໃຫ້ກະຊວງສາທາລະນະສຸກ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດສຳຜັດກັບແຫຼ່ງວັກຊິນ, ຮ່ວມມືກັບບັນດານັກຊ່ຽວຊານເຕັກໂນໂລຢີຜະລິດວັກຊິນ, ຂໍ້ລິເລີ່ມຮ່ວມມືດ້ານສາທາລະນະສຸກ… ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໃຫ້ຮູ້ວ່າ: ນັບແຕ່ນີ້ຈົດຮອດທ້າຍປີ ຫວຽດນາມ ຈະຜັນຂະຫຍາຍຫຼາຍການເຄື່ອນໄຫວເພື່ອມີບັນດາແຫຼ່ງວັກຊິນຕື່ມອີກ ແນໃສ່ຮັບປະກັນການປະຕິບັດສຳເລັດຍຸດທະສາດວັກຊິນ ເຊິ່ງລັດຖະບານຍົກອອມາ. ທ່ານໃຫ້ຮູ້ວ່າ:
        ພວກຂ້າພະເຈົ້າສຸມໃສ່ເຂົ້າ 3 ທິດທາງຫຼັກນັ້ນແມ່ນ: ທີ່ໜຶ່ງ, ສົມທົບກັບບັນດາກະຊວງ, ຂະແໜງການຢ່າງແໜ້ນແຟ້ນ, ພິເສດແມ່ນກະຊວງສາທາລະນະສຸກ ໃນການຮັບປະກັນການຊຸກຍູ້, ຕິດຕາມ, ຜັນຂະຫຍາຍຄຳໝັ້ນສັນຍາຂອງບັນດາຄູ່ຮ່ວມມືສະໜອງວັກຊິນ 150 ລ້ານໂດສທີ່ ໄດ້ລົງນາມກັບ ຫວຽດນາມ. ທີ 2, ສືບຕໍ່ຂົນຂວາຍບັນດາຄູ່ຮ່ວມມືສອງຝ່າຍ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ສະໜອງບັນດາແຫຼ່ງວັກຊິນໃຫ້ແກ່ ຫວຽດນາມ. ທີ 3, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊິນ ຢ່າງເລິກເຊິ່ງ ແລະ ຕັ້ງໜ້າກ່ວາອີກ ເພື່ອຮັບໃຊ້ໃຫ້ແກ່ການຜະລິດວັກຊິນໃນໄລຍະຍາວ. ນີ້ແມ່ນວິທີການຍາວນານກ່ວາເພື່ອຮັບປະກັນເລື່ອງ ຫວຽດນາມ ຈະມີແຫຼ່ງສະໜອງວັກຊິນໃຫ້ແກ່ປະຊາຊົນຢ່າງຍາວນານ ແລະ ມີສະຖຽນລະພາບ, ພ້ອມທັງຊຸກຍູ້ວິວັດການຮ່ວມມືສາກົນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການຜະລິດວັກຊິນພາຍໃນປະເທດ.
        ດ້ວຍບັນດາຄວາມມານະພະຍາຍາມທາງການທູດ ວັກຊິນ, ມາຮອດປັດຈຸບັນ, ຫວຽດນາມ ບັນລຸໄດ້ຄຳໝັ້ນສັນຍາທີ່ມີວັກຊິນ 130 ລ້ານໂດສ ເພື່ອສັກໃຫ້ 70% ປະຊາກອນໃນທົ່ວປະເທດ. ທຳອິດນີ້, ໃນເດືອນກໍລະກົດ ແລະ ເດືອນ ສິງຫາ 2021, ຫວຽດນາມ ອາດຈະໄດ້ຮັບວັກຊິນ 10 ລ້ານໂດສ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top