• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ໝັ້ນຄົງ

      ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດແຄມແມ່ນ້ຳຂອງ ເພີ່ມທະວີການຮ່ວມມື ແນໃສ່ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ຍືນຍົງ, ທັງຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ, ທັງບໍ່ມີຜົນກະທົບຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທີ່ດຳເນີນຊີວິດຢູ່ໃນເຂດ.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
      ຕອນບ່າຍວັນທີ 14 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ລາວ ຈະຜັນຂະຫຍາຍກໍ່ສ້າງເຂື່ອນໄຟຟ້ານ້ຳຕົກທີ 6 ຢູ່ຊະນະຄາມ ໃນລຳແມ່ນ້ຳຂອງໃນປີນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
        “ແມ່ນປະເທດຢູ່ຍ່ານລຸ່ມແມ່ນ້ຳຂອງ, ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການກະທົບຂ້າມຊາດຂອງບັນດາກິດຈະການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ລຳແມ່ນ້ຳຂອງ. ພວກຂ້າພະເຈົ້າໄດ້ຊີ້ແຈ້ງມາເປັນຫລາຍຄັ້ງແລ້ວ, ບັນດາປະເທດມີຜົນປະໂຫຍດອັນຊອບທຳໃນການນຳໃຊ້ຊັບພະຍາກອນນ້ຳແມ່ນ້ຳຂອງ ເພື່ອພັດທະນາ, ພ້ອມກັນນັ້ນກໍ່ຕ້ອງມີຄວາມຮັບຜິດຊອບຮ່ວມກັນໃນການນຳໃຊ້ແມ່ນ້ຳຂອງແບບຍືນຍົງ. ເລື່ອງພັດທະນາບັນດາກິດຈະການຢູ່ລຳແມ່ນ້ຳຂອງ ຄວນຮັບປະກັນວ່າ ບໍ່ມີຜົນກະທົບຫຍໍ້ທໍ້, ລວມທັງບັນດາການກະທົບຂ້າມຊາຍແດນຕໍ່ສິ່ງແວດລ້ອມ, ຊີວິດ, ເສດຖະກິດ, ສັງຄົມຂອງບັນດາປະເທດແຄມແມ່ນ້ຳ, ເປັນຕົ້ນແມ່ນບັນດາປະເທດຢູ່ຍ່ານລຸ່ມ ໃຫ້ຖືກຕາມທຳນຽມສາກົນ ແລະ ຂໍ້ກຳນົດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດແຄມແມ່ນ້ຳຂອງ ເພີ່ມທະວີການຮ່ວມມື ແນໃສ່ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ຍືນຍົງ, ທັງຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ, ທັງບໍ່ມີຜົນກະທົບຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທີ່ດຳເນີນຊີວິດຢູ່ໃນເຂດ.”
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top