• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພ້ອມແລ້ວຈະປະກອບສ່ວນສ້າງອາຊຽນ ກວມລວມ, ຍືນຍົງ ແລະ ເຂັ້ມແຂງດ້ວຍຕົນເອງ

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບາງການກຳນົດທິດຮ່ວມມືບຸລິມະສິດ, ເນັ້ນໜັກເຖິງເລື່ອງຕ້ອງຮັບປະກັນບັນດາຄວາມດຸ່ນດ່ຽງຍຸດທະສາດລະຫວ່າງການເຕີບໂຕ, ໄພເງິນເຟີ້.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບາງການກຳນົດທິດຮ່ວມມືບຸລິມະສິດ, ເນັ້ນໜັກເຖິງເລື່ອງຕ້ອງຮັບປະກັນບັນດາຄວາມດຸ່ນດ່ຽງຍຸດທະສາດລະຫວ່າງການເຕີບໂຕ, ໄພເງິນເຟີ້.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມທົ່ວໂລກ ອາຊຽນ (ພາບ: VGP)  

ຕອນເຊົ້າວັນທີ 13 ພະຈິກ, ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມທົ່ວໂລກ ອາຊຽນ ຄັ້ງທີ 2 ດ້ວຍຫົວຂໍ້ “ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ຢ່າງຮອບດ້ານ”.

ທີ່ການກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມ ເພື່ອກໍ່ສ້າງປະຊາຄົມ ອາຊຽນ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບາງການກຳນົດທິດຮ່ວມມືບຸລິມະສິດ, ເນັ້ນໜັກເຖິງເລື່ອງຕ້ອງຮັບປະກັນບັນດາຄວາມດຸ່ນດ່ຽງຍຸດທະສາດລະຫວ່າງການເຕີບໂຕ, ໄພເງິນເຟີ້ ແລະ ວຽກເຮັດງານທຳ, ເອົາໃຈໃສ່ເຖິງການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ຮັກສາລະບົບສະໜອງພາຍຫຼັງໂລກລະບາດໂຄວິດ-19 ໃຫ້ມີສະຖຽນລະພາບ. ພ້ອມກັນນັ້ນ, ຕ້ອງຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືມະນຸດເປັນໃຈກາງ, ແຫຼ່ງກຳລັງ, ກຳລັງໜູນໃຫ້ແກ່ການພັດທະນາ, ບຳລຸງສ້າງແຮງງານມີຄຸນນະພາບສູງ, ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ; ການຟື້ນຟູສີຂຽວດ້ວຍການສຳຜັດຢ່າງຍຸຕິທຳ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top