ຂ່າວສານ
ຫວຽດນາມ ປາດຖະໜາຢາກຮຽນຮູ້ບັນດາບົດຮຽນປະສົບການຂອງ ອິດສະຣາແອນ ໃນການບຳລຸງກໍ່ສ້າງຜູ້ທີ່ເກັ່ງກ້າສາມາດ
ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອິດສະຣາແອນ ໃນບັນດາຂົງເຂດທີ່ມີທ່າແຮງຄື: ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ພະລັງງານທົດແທນ.... ໃນໄລຍະທີ່ຈະເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ສະຫນັບສະຫນູນເຊິ່ງກັນແລະກັນໃນເວທີປາໄສ ແລະອົງການຈັດຕັ້ງ ສາກົນ; ຍູ້ແຮງການຮ່ວມມືດ້ານການຄ້າ.
ສ່ວນທ່ານ Ehud Barak ໄດ້ແບ່ງປັນກ່ຽວກັບຂໍກຸນແຈພາໄປເຖິງຜົນ ສຳເລັດຂອງ ອິດສະຣາແອນ, ໃນນັ້ນ ການສຶກສາແມ່ນຂົງເຂດບຸລິມະສິດພິເສດ ຂອງປະເທດນີ້ ແລະ ມີນະໂຍບາຍແກ່ຜູ້ເກັ່ງກ້າສາມາດ.. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານອະດີດນາຍົກລັດຖະມົນຕີ Ehud Barak ໃຫ້ຮູ້ວ່າ ອິດສະຣາແອນ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023 (1993 – 2023).