• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂສິ່ງທ້າທາຍໃນພາກພື້ນ, ທົ່ວໂລກ

      ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ, ຕອນຄ່ຳວັນທີ 31 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງງານພົບປະສັງສັນຄະນະທູຕານຸທູດ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ
      ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ; ການນຳນະຄອນ ຮ່າໂນ້ຍ; ຜູ້ຕາງໜ້າຄະນະທູຕານູທຸດບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງໃຫ້ຮູ້ວ່າ:
        “ພວກເພື່ອນໄດ້, ພວມ ແລະ ຈະຮ່ວມກັບພວກຂ້າພະເຈົ້າ ສ້າງອະນາຄົດອັນສວຍສົດງົດງາມກ່ວາໃຫ້ພາກພື້ນ ແລະ ໂລກໃຫ້ເປັນຮູບປະທຳ. ການສະໜັບສະໜູນ ແລະ ການຮ່ວມມືຂອງພວກເພື່ອນ ແມ່ນສິ່ງທີ່ຂາດບໍ່ໄດ້ ເພືຶ່ອໃຫ້ ຫວຽດນາມ ເຮັດໃຫ້ບັນດາສາຍພົວພັນສາກົນເລິກເຊິ່ງກ່ວາອີກ ກໍ່ຄືເພື່ອໃຫ້ ຫວຽດນາມ ມຸ່ງໄປເຖິງໜ້າທີ່ໃຫຍ່ກ່ວາ ໃນໄລຍະຈະມາເຖິງຄື: ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ດຳ ລົງຕຳແໜ່ງເປັນປະທານ ອາຊຽນ 2020, ປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ສຳເລັດຜົນ”.
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top