• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ນິວຊີແລນ ມຸ່ງໄປເຖິງການນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 3 ຕື້ ໃນປີ 2026

2 ຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ ທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເຫັນດີຜັນຂະຫຍາຍບັນດາມາດຕະການບຸກທະລຸເພື່ອບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເປັນ 3 ຕື້ USD ໃນປີ 2026
ທີ່ກອງປະຊຸມ (ພາບ: baoquocte.vn)

 ຕອນບ່າຍວັນທີ 05 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ນິວຊີແລນ Winston Peters ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ນິວຊີແລນ ຄັ້ງທີ 2.

ທີ່ກອງປະຊຸມ, 2 ຝ່າຍຕີລາຄາສູງ ແລະ ເຫັນດີຫຼາຍມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເມື່ອເດືອນ ມີນາ 2024. 2 ຝ່າຍກໍ່ເຫັນດີສົມທົບກັນກະກຽມບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນປີ 2025 ເມື່ອ 2 ປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975 – 2025) ແລະ 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ (2020 – 2025). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ Winston Peters ຢືນຢັນວ່າ, ນິວຊີແລນ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ແລະ ຕີລາຄາສູງບັນດາໝາກຜົນດ້ານເສດຖະກິດທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ.

2 ຝ່າຍໄດ້ເນັ້ນໜັກເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ ທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເຫັນດີຜັນຂະຫຍາຍບັນດາມາດຕະການບຸກທະລຸເພື່ອບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເປັນ 3 ຕື້ USD ໃນປີ 2026; ສືບຕໍ່ບັນດາໂຄງການອຸປະຖຳພັດທະນາເປັນທາງການ (ODA); ເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຄື: ກະສິກຳປອດສານພິດ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຫັນປ່ຽນພະລັງງານ…

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, 2 ຝ່າຍເຫັນດີເພີ່ມທະວີການສົມທົບກັນ, ໂດຍສະເພາະແມ່ນບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ລາວ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 135 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈີ​ມິນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

Top