• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ນອນຢູ່ໃນກຸ່ມປະເທດມີດັດຊະນີເຊື່ອມຕໍ່ດ້ານການຄ້າທີ່ປະທັບໃຈ

      ບົດລາຍງານກໍຊີ້ອອກ 5 ຂົງເຂດຕົ້ນຕໍ່ທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ.
ພາບປະກອບ:  TTXVN
      ບົດລາຍງານດັດຊະນີການເຊື່ອມຕໍ່ທົວໂລກປີ 2021 ໂດຍ DHL ແລະ ໂຮງຮຽນທຸລະກິດ ສະເຕີນ ທີ່ຂື້ນກັບ ມະຫາວິທະຍາໄລ ນິວຢອກ ປະກາດໄດ້ໃຫ້ເຫັນວ່າ ຫວຽດນາມ ນອນຢູ່ໃນກຸ່ມ 5 ປະເທດມີຜົນງານປະທັບໃຈກ່ຽວກັບຄວາມສາມາດປັບປຸງ ແລະ ເຊື່ອມຕໍ່ຢ່າງເຂັ້ມແຂງໃນ 2 ທົດສະວັດທີ່ຜ່ານມາ. 4 ປະເທດທີ່ຍັງເຫຼືອແມ່ນ ເມັກຊີໂກ, ໂຮນລັງ , ສະທາລະນະລັດ ເຊຍຣາເລອອນ, ສະຫະລັດ ອາຣັບ ເອມີເລດ.
            ຕາມບົດລາຍງານ, ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຫວຽດນາມ ກຳລັງມີສັນຍານຟື້ນຟູທ່າເຕີບໂຕເສດຖະກິດ ແລະ ການຜະລິດ. ເສດຖະກິດ ຫວຽດນາມ ໄດ້ເຕີບໂຕ 2,91 % ໃນ 2020 ແລະ ມູນຄ່າສົ່ງອອກເພີ່ມຂື້ນ 28,4 % ໃນໄລຍະ 6 ເດື່ອນຕົ້ນປິ 2021 ເມື່ອທຽບກັບປີ 2020.
            ບົດລາຍງານກໍຊີ້ອອກ 5 ຂົງເຂດຕົ້ນຕໍ່ທີ່ຊ່ວຍປັບປຸງດັດຊະນີການເຊື່ອມຕໍ່ແຫ່ງຊາດລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດູດດື່ມຢູ່ພາຍໃນປະເທດ, ການເປີດປະຕູໃຫ້ກະແສລົງທຶນສາກົນ, ເຊື່ອມໂຍງໃນພາກພື້ນ ແລະ ໜູນຊ່ວຍສັງຄົມ. ສິ່ງທີ່ເປັນໜ້າສົນໃຈແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ທີ່ດູດດື່ມຢູ່ພາຍໃນປະເທດ ມີຄວາມສາມາດຊຸກຍູ້ດັດຊະນີເຊື່ອມຕໍ່ທົວໂລກໄດ້ດີກວ່ານັບທັງບັນດານະໂຍບາຍສະໜັບສະໜູນການຫັນເປັນໂລກາພິວັດທີ່ມາແຕ່ດົນນານ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top