• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເລື່ອງປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືທົ່ວໂລກ ເປັນສໍາຄັນ

      ຕອນເຊົ້າວັນທີ 30 ພຶດສະພາ, ກອງປະຊຸມອະນາຄົດ ອາຊີ ຄັ້ງທີ 25 ໂດຍກຸ່ມບໍລິສັດ Nikkei Inc ຈັດຕັ້ງໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ, ດ້ວຍຫົວຂໍ້ວ່າ ຊອກຫາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນທົ່ວໂລກ - ຜ່ານຜ່າຄວາມຂາດສະຖຽນລະພາບ”.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ:TTXVN) 
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຂໍ້ສັງເກດວ່າ ໂລກ “ພວມກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຄວາມຂາດສະຖຽນລະພາບດ້ານການເມືອງ, ເສດຖະກິດ ແລະ ສັງຄົມ”. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍໄດ້ ຍົກອອກ 3 ມາດຕະຖານ ສໍາລັບຄວາມເປັນລະບຽບຮຽບຮ້ອຍໃໝ່ຂອງໂລກແບບຍືນຍົງ ແລະ ມີປະສິດທິຜົນ ແມ່ນ: ປັບປຸງລັດທິຫຼາຍຝ່າຍແບບກວມລວມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ແລະ ສ້າງລະບົບບໍລິຫານທົ່ວໂລກ ທີ່ມີຄວາມສາມາດແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງສະຕະວັດທີ 21; ໄດ້ຮັບການກໍ່່ສ້າງ ແລະ ເຄື່ອນໄຫວບົນພື້ນຖານກົດໝາຍ, ໂດຍຖືສປຊ ເປັນໃຈກາງ; ຮັບປະກັນຫຼັກການຍຸຕິທໍາ, ສະເໝີພາບ.
        ສໍາລັບ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍເຄົາລົບ ແລະ ຮັກສາສັນຕິພາບ ແລະ ສະຖຽນລະພາບ. ຫວຽດນາມ ຍາມໃດກໍມີແຜນນະໂຍບາຍຊຸກຍູ້ສັນຕິພາບ, ສະຖຽນລະພາບ ເພື່ອຜົນປະໂຫຍດລວມ ແລະ ການພັດທະນາຄວາມສີວິໄລຂອງແຕ່ປະເທດ, ພາກພື້ນ ແລະ ທົ່ວໂລກ. ດ້ວຍທັດສະນະຄືດັ່ງກ່າວ, ຫວຽດນາມ ຢຶດໝັ້ນຕໍ່ແນວທາງນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມທັງຍູ້ແຮງການປະຕິຮູບດ້ານເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຊຸກຍູ້ການພັດທະນາຂອງບັນດາພາກສ່ວນເສດຖະກິດ, ລົງທຶນເຂົ້າຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.
        ທີ່ກອງປະຊຸມ, ບັນດາຜູ້ແທນກໍຈະປຶກສາຫາລືກ່ຽວກັບສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ແລະ ຜົນກະທົບຂອງສົງຄາມດັ່ງກ່າວຕໍ່ ອາຊີ. ຄາດວ່າ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິນ ຈະເປັນປະທານກອງປະຊຸມ ຄະນະກໍາມະການຮ່ວມມື ຫວຽດນາມ - ຍີ່ປຸ່ນ ແລະ ມີການພົບປະເຈລະຈາກັບ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono.
 (ແຫຼ່ງຄັດຈາກ VOV)
 
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top