• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບລາຊະອານາຈັກອັງກິດ ເລິກເຊິ່ງຂຶ້ນຕື່ມ

ຕອນບ່າຍວັນທີ 29 ມີນາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານນາງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Amanda Milling ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຕ້ອນຮັບ ທ່ານນາງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Amanda Milling (ພາບ: TTXVN)  

 ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ລາຊະອານາຈັກອັງກິດເລິ່ງເຊິ່ງຂຶ້ນຕື່ມ; ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ,ເພີ່ມທະວີປະສິດທິຜົນບັນດາກົນໄກຮ່ວມມືສຳຄັນ; ພ້ອມທັງແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ສາທາລະນະສຸກ.

ສ່ວນ ທ່ານນາງລັດຖະມົນຕີການຕ່າງປະເທດ ອັງກິດ Amanda Milling ຢືນຢັນວ່າ: ລາຊະອານາຈັກອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ໃນສະພາບທີ່ ອັງກິດ ພວມດັດປັບນະໂຍບາຍຕາມທິດເພີ່ມທະວີການຮ່ວມມືກັບພາກພື້ນອິນເດຍ-ປາຊີຟິກ. ຫວັງຢ່າງເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການຂອງສອງປະເທດ. ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງຈັກອັງກິດ Amanda Milling ຕີລາຄາສູງຄຳໝັ້ນສັນຍາຢ່າງເຂັ້ມແຂງຂອງ ຫວຽດນາມ ທີ່ກອງປະຊຸມ COP-26 ກ່ຽວກັບການປ່ອຍອາຍພິດລົງລະດັບ “0” ຮອດປີ 2050 ແລະ ໃຫ້ຮູ້ວ່າ ລາຊະອານາຈັກອັງກິດ ຈະຮ່ວມເດີນທາງໜູນຊ່ວຍ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານແບບຍືນຍົງ.


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top