• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ

      ຫວຽດນາມ ຍາມໃດກໍຖືເປັນສຳຄັນແລະ ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໃນການພົບປະນອກກອງປະຊຸມ COP26 ຢູ່ ລາຊະອານາຈັກ ອັງກິດ (ພາບ: VOV)
      ເມື່ອຕອບສຳພາດຕໍ່ນັກຂ່າວບັນດາອົງການສື່ມວນຊົນໃຫຍ່ຂອງ ຍີ່ປຸ່ນ ເປັນຕົ້ນແມ່ນ NHK, Jiji Press, Kyodo News, Nikkei… ໃນໂອກາດເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 22 – 25 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນແລະ ປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ. ໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ສາຍພົວພັນ ຍີ່ປຸ່ນ ແລະ ຫວຽດນາມ ຍິ່ງໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງທີ່ສຸດ. ໃນໄລຍະເກີດໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ດີຕໍ່ເສດຖະກິດ - ສັງຄົມໃນທົ່ວໂລກ. ໃນໄລຍະເກີດໂລກລະບາດ, ສອງປະເທດຍາມໃດກໍແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ. ຫວຽດນາມ ໄດ້ຮັບການຊ່ວຍເຫຼືອຢ່າງມີປະສິດທິຜົນ ແລະ ທັນການຈາກ ຍີ່ປຸ່ນ ໃນການປ້ອງກັນ, ຕ້ານໂລກລະບາດ ດ້ວຍການຊ່ວຍເຫຼືອວັກຊິນກວ່າ 4 ລ້ານໂດສ ພ້ອມກັບວັດຖຸອຸປະກອນການແພດຫຼາຍຢ່າງອີກດ້ວຍ. ກ່ຽວກັບ ຫວຽດນາມ ກໍມີຄວາມເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງ, ວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມ ສືບຕໍ່ຮັກສາ, ພັດທະນາການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ, ຮັບປະກັນລະບົບການຜະລິດ ແລະ ສະໜອງສິນຄ້າ. ຫວຽດນາມ ມີຄວາມປາດຖະໜາຢາກພ້ອມກັບ ຍີ່ປຸ່ນ ປະຕິບັດກົນໄກຮ່ວມມືໃນປັດຈຸບັນຢ່າງມີປະສິດທິຜົນກວ່າອີກ, ພ້ອມທັງສ້າງກົນໄກຮ່ວມມືໃໝ່ເພື່ອພ້ອມກັນເປີດໄລຍະພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ກວ້າງຂວາງ.
            ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ເພື່ອດຶງດູດນັກລົງທຶນສາກົນ, ໃນນັ້ນມີນັກລົງທຶນ ຍີ່ປຸ່ນ ສືບຕໍ່ດຳເນີນທຸລະກິດ ແລະ ລົງທຶນເຂົ້າ ຫວຽດນາມ, ລັດຖະບານ ຫວຽດນາມ ຈະສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ; ບໍລິຫານເສດຖະກິດ, ສ້າງສະພາບແວດລ້ອມມະຫາພາກ, ຢ່າງມີສະຖຽນລະພາບເພື່ອໃຫ້ນັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽນໃຈເຂົ້າລົງທຶນຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top