• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ

ວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Boris Rhein, ເຈົ້າຄອງລັດ Hessen, ເຢຍລະມັນ ພວມ ຢ້ຽມຢາມ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Boris Rhein, ເຈົ້າຄອງລັດ Hessen.(ພາບ:VGP/Nhật Bắc)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນເວົ້າລວມ, ການຮ່ວມມືບຸລິມະສິດກັບ ລັດ Hessen ເວົ້າສະເພາະ, ທ້ອງຖິ່ນຂອງ ເຢຍລະມັນ ມີຫລາຍທ່າແຮງກ່ຽວກັບດ້ານເສດຖະກິດ - ການເງິນ - ວິທະຍາສາດ - ເຕັກໂນໂລຊີ, ອຸດສາຫະກຳ. ທ່ານນາຍົກລັດຖະມົນຕີ ສະເຫນີ ອຳນາດການປົກຄອງລັດ Hessen, ແບ່ງປັນບົດຮຽນ, ຫນູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ພະລັງງານທົດແທນ ແລະ ຫນູນຊ່ວຍຫວຽດນາມ ໄດ້ເຂົ້າເຖິງແຫລ່ງທຶນ, ບົດຮຽນການຄຸ້ມຄອງກໍ່ຄືບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ເພື່ອຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳ (JETP) ລະຫວ່າງ ຫວຽດນາມ ກັບ ກຸ່ມ G7 ແລະບັນດາຄູ່ຮ່ວມມືສາກົນ.

ສ່ວນທ່ານເຈົ້າຄອງລັດ ຢືນຢັນວ່າ: ລັດ Hessen ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະການຢ້ຽມຢາມຂອງທ່ານຄັ້ງນີ້ ແມ່ນມີເປົ້າໝາຍ ຍູ້ແຮງການຮ່ວມມືລະຫວ່າງ Hessen ກັບ ຫວຽດນາມ ກວ່າອີກ ໃນບັນດາຂົງເຂດເສດຖະກິດ, ການສຶກສາ, ບຳລຸງສ້າງ ແລະ ແຮງງານ. ເຈົ້າຄອງລັດ Hessen ໃຫ້ຮູ້ວ່າ: ລັດ Hessen ຈະສືບຕໍ່ສະຫນັບສະຫນູນການພັດທະນາ ແລະ ເປີດກວ້າງມະຫາວິທະຍາໄລ ຫວຽດດຶກ (ຫວຽດນາມ -ເຢຍລະມັນ)

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top