• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມສັນຕິພາບ, ຮ່ວມມື ແລະ ພັດທະນາໃນໂລກເປັນສຳຄັນ

ທ່ານນາຍົກລັດຖະມົນຕີ ກໍ່ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມສັນຕິພາບ, ການຮ່ວມມື ແລະ ພັດທະນາໃນໂລກ
ທ່ານນາງ Armida Salsiah Alisjahbana ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ:dangcongsan.vn )

ຫວຽດນາມ ຖືເປັນສຳຄັນບົດບາດຂອງ ສປຊ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອແກ້ໄຂບັນດາບັນຫາທົ່ວໂລກກໍ່ຄືບັນດາການປະກອບສ່ວນສຳຄັນຂອງຄະນະກຳມະການເສດຖະກິດ ແລະ ສັງຄົມ ພາກພື້ນ ອາຊີ - ປາຊີຟິກ ຂອງ ສປຊ (ESCAP) ສຳລັບການພັດທະນາເສດຖະກິດ - ສັງຄົມ ໃນພາກພື້ນ ອາຊີ - ປາຊີຟິກ ນັບແຕ່ເວລາສ້າງຕັ້ງກ່ວາ 75 ປີຜ່ານມາ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຕອນບ່າຍວັນທີ 3 ກໍລະກົດ, ທີ່ສຳນັກງານລັດຖະບານ, ໃນການຕ້ອນຮັບທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາທິການຝ່າຍບໍລິຫານ ESCAP, ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ກໍ່ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບັນດາຄວາມມານະພະຍາຍາມເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມສັນຕິພາບ, ການຮ່ວມມື ແລະ ພັດທະນາໃນໂລກ; ຕັດສິນໃຈພັດທະນາມະນຸດ, ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມແຫ່ງການດຳລົງຊີວິດ; ສະເໜີໃຫ້ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະ ສືບຕໍ່ເສີມຂະຫຍາຍທ່າແຮງເພື່ອໜູນຊ່ວຍບັນດາປະເທດສະມາຊິກ, ໃນນັ້ນມີ ຫວຽດນາມ, ໃນການວາງແຜນກຳນົດ ແລະ ເສີມຂະຫຍາຍບັນດານະໂຍບາຍແຫ່ງການພັດທະນາເສດຖະກິດ - ສັງຄົມ.

ສ່ວນທ່ານນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ສປຊ ທັງເປັນເລຂາທິການຝ່າຍບໍລິຫານ ESCAP ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຜັນຂະຫຍາຍການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP), ຫັນປ່ຽນດີຈີຕອນ…; ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ກາຍເປັນແບບຢ່າງອາດສາມາດແບ່ງປັນບົດຮຽນໃຫ້ຫຼາຍປະເທດອື່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top