• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ໃນປີ 2024

ວັນທີ 24 ມີນານີ້, ຢູ່ແຂວງຫຼວງພະບາງ, ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນຢ່າງເປັນທາງການ, ນີ້ແມ່ນກອງປະຊຸມຄັ້ງທຳອິດໃນປີ 2024 ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ. ປະຊາຄົມວັດທະນະທຳ-ສັງຄົມຂອງ 10 ປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ.
ກອງປະຊຸມສະມັດຊາປະຊາຄົມວັດທະນະທຳ-ສັງຄົມອາຊຽນຄັ້ງທີ 31 ໄດ້ໄຂຂຶ້ນຢູ່ແຂວງຫຼວງພະບາງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລກວາງຕ໋ວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະຜູ້ແທນຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບ ແລະ ໜູນຊ່ວຍ ລາວ ດ້ວຍບົດບາດເປັນປະທານປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ໃນປີ 2024, ໃນການຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ ແລະ ບຸລິມະສິດໃນຂົງເຂດລົງເລິກຂະແໜງເຊັ່ນ: ວິວັດການປະຕິບັດຖະແຫຼງການອາຊຽນ ວ່າດ້ວຍ ການສະກັດກັ້ນ ແລະ ລຶບລ້າງແຮງງານ ເດັກ, ຖະແຫຼງການກ່ຽວກັບການເຄື່ອນໄຫວ, ການຮັບຮູ້ ເຊິ່ງກັນ ແລະ ກັນ ແລະ ການພັດທະນາທັກສະ ວິຊາຊີບໃຫ້ແກ່ແຮງງານເຄື່ອນຍ້າຍ. ເພື່ອນຳສະເໜີຕໍ່ບັນດາການນຳຂັ້ນສູງອາຊຽນ, ບົດລາຍງານ ປະເມີນຜົນ ພາກພື້ນ ກໍຄື ການຈັດຕັ້ງບາງການເຄື່ອນໄຫວ ແລະ ເຫດການສຳຄັນ, ໃນນັ້ນມີ ເວທີປາໄສເດັກອາຊຽນ ຄັ້ງທີ 8, ການສົນທະນາລະຫວ່າງຂະແໜງການຂັ້ນສູງອາຊຽນ ກ່ຽວກັບການໜູນຊ່ວຍສັງຄົມ ແລະ ກອງປະຊຸມສຸດຍອດແມ່ຍິງກ່ຽວກັບເສດຖະກິດການດູແລ. ຫົວໜ້າຄະນະຜູ້ແທນຫວຽດນາມ ກໍ່ຕີລາຄາສູງບັນດາບຸລິມະສິດຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ທີ່ລາວສະເໜີໃນປີ 2024; ເຊື່ອໝັ້ນວ່າ, ໝາກຜົນໃນປີ 2024, ພາຍໃຕ້ການນຳພາຂອງປະເທດລາວທີ່ເປັນປະທານ ຈະປະກອບສ່ວນສຳຄັນເຂົ້າໃນການຮ່ວມມືໃນພາກພື້ນ, ຢືນຢັນທີ່ຕັ້ງ ແລະ ບົດບາດຂອງອາຊຽນໃນພາກພື້ນ ແລະ ສາກົນ.

 ໃນຕອນທ້າຍຂອງກອງປະຊຸມ, ບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ໄດ້ອອກຖະແຫຼງການຮ່ວມ ແລະ ເຫັນດີເປັນເອກະສັນທາງດ້ານຫຼັກການ ສຳລັບ ບັນຊີລາຍຊື່ເອກະສານ ແລະ ຖະແຫຼງການຂອງ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຊຶ່ງ ຄາດວ່າຈະສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45. ໃນທ້າຍປີນີ້

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top