
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນເຈົ້າພາບງານລ້ຽງບັນດາປະມຸກລັດ, ການນໍາ ສປຊ
ແລະ ຜຸູ້ແທນເຂົ້າຮ່ວມວັນບຸນວິສາຂະບູຊາ Vesak ສປຊ 2019 (ພາບ: TTXVN)
ກ່າວຄໍາເຫັນທີ່ງານລ້ຽງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນເນັ້ນໜັກວ່າ ວັນບຸນວິສາຂະບູຊາ Vesak ສປຊ ຖືກຈັດຂຶ້ນປະຈໍາປີນັ້ນ ແມ່ນ ກາລະໂອກາດ ເພື່ອເຊີດຊູ ແລະ ອາໄລຫາພະພຸດທະເຈົ້າ. ບັນດາແຂກຜູ້ມີໜ້າຢູ່ທີ່ນີ້ ແມ່ນນັກການທູດຜູ້ສັດຊື່, ໜ້າເຄົາລົບພວມຮ່ວມພັນກັນ ເພາະວ່າແນວຄວາມຄິດຂອງພຸດທະສາສະໜາໃນການແກ້ໄຂບັນດາບັນຫາມີຜົນສະທ້ອນເຖິງການພັດທະນາທົ່່ວໂລກ, ຮ່ວມກັນກະທໍາ ເພື່ອຜົນປະໂຫຍດລວມ ແລະ ພ້ອມກັນແບ່ງປັນຄວາມຫວັງ ກ່ຽວກັບ ໂລກແຫ່ງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ ແລະ ຍືນຍົງ.
“ກ່ອນດໍາເນີນພິທີໄຂວັນບຸນ Vesak 2019 ເຊິ່ງຖືກຈັດຂຶ້ນເປັນຄ້ັງທີ 3 ຢູ່ຫວຽດນາມ ແລະ ການພົບປະສັງສັນທີ່ເຕັມໄປດ້ວຍຄວາມຮັກແພງສະໜິດສະໜົມຄືມື້ນີ້, ພວກຂ້າພະເຈົ້າສືບຕໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດເຄົາລົບສິດທິມະນຸດ, ຮັບປະກັນສິດເສລີໃນການເຄື່ອນໄຫວທາງດ້ານສາສະໜາ ແລະ ການເຫຼື້ອມໃສ, ເຊື່ອຖືສາສະໜາ, ຕີລາຄາສູງບັນດາຄຸນຄ່າຄຸນສົມບັນອັນດີງາມຂອງບັນດາສາສະໜາໃນນັ້ນມີ ສາສະໜາພຸດ ທີ່ໄດ້, ກໍາລັງ ແລະ ຈະນໍາມາໃຫ້ຊີວິດສັງຄົມ ແລະ ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
(ແຫຼ່ງຄັດຈາກ VOV)