• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວລວມຂອງຄະນະກຳມະການ ອາຊຽນ

ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ພ້ອມກັບບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາຄະນະຜູ້ແທນຂອງ ອາຊຽນ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບການເຄື່ອນໄຫວລວມ
ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ

ວັນທີ 23 ກັນຍາ, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ນະຄອນ ເຊີແນວ (ປະເທດ ສະວິດ) ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຢູ່ເຊີແນວ, ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ. ເຂົ້າຮ່ວມກອງປະຊຸມຍັງມີເອກອັກຄະລັດຖະທູດຂອງ Timor Leste, ດ້ວຍຖານະເປັນນັກສັງເກດການ. ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າປະຈຳຂອງ ອິນໂດເນເຊຍ - ເຊິ່ງເປັນປະເທດປະທານ  ອາຊຽນ ປີ 2023. ນີ້ແມ່ນກອງປະຊຸມປະຈຳໄຕມາດ ເພື່ອແນໃສ່ແລກປ່ຽນກ່ຽວກັບການສົມທົບທັດສະນະ ກໍ່ຄືການເຄື່ອນໄຫວລວມຂອງບັນດາປະເທດ ອາຊຽນ ຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ ເຊີແນວ.

        ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ພ້ອມກັບບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາຄະນະຜູ້ແທນຂອງ ອາຊຽນ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບການເຄື່ອນໄຫວລວມ, ຂໍ້ລິເລີ່ມລວມຂອງກຸ່ມ, ກໍ່ຄືແບ່ງປັນກ່ຽວກັບຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ແລະ ບາງປະເທດ ອາຊຽນ ຢູ່ ສະພາສິດທິມະນຸດ ສປຊ, ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD), ອົງການຊັບສິນທາງປັນຍາໂລກ (WIPO), ອົງການການຄ້າໂລກ (WTO) ແລະ ບັນດາເວທີປາໄສຫຼາຍຝ່າຍອື່ນໆຢູ່ ເຊີແນວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top