• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ

ສະມາຊິກ ຫວຽດນາມ ຢູ່ ILC, ທ່ານເອກອັກຄະລັດຖະທູດ, ປະລິນຍາເອກ ຫງວຽນຮົ່ງທາວ ໄດ້ມີອາຍຸການບັນລຸຜົນສຳເລັດ ດ້ວຍການປະກອບສ່ວນຕັ້ງໜ້າຫຼາຍຢ່າງໃຫ້ແກ່ ILC.
  ທ່ານເອກອັກຄະລັດຖະທູດ, ປະລິນຍາເອກ ຫງວຽນຮົ່ງທາວ (ພາບ: TTXVN)  

ວັນທີ 05 ສິງຫາ, ຢູ່ ເຊີແນວ, ປະເທດ ສະວິດ, ຄະນະກຳມະການກົດໝາຍສາກົນຂອງສະຫະປະຊາຊາດ (ILC) ໄດ້ສິ້ນສຸດກອງປະຊຸມຄັ້ງທີ 73 ແລະ ກໍ່ແມ່ນກອງປະຊຸມສຸດທ້າຍຂອງອາຍຸການ 2017 – 2022 ແກ່ຍາວເປັນເວລາ 6 ປີຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.

ສະມາຊິກ ຫວຽດນາມ ຢູ່ ILC, ທ່ານເອກອັກຄະລັດຖະທູດ, ປະລິນຍາເອກ ຫງວຽນຮົ່ງທາວ ໄດ້ມີອາຍຸການບັນລຸຜົນສຳເລັດ ດ້ວຍການປະກອບສ່ວນຕັ້ງໜ້າຫຼາຍຢ່າງໃຫ້ແກ່ ILC. ຜ່ານບັນດາຄຳເຫັນ ແລະ ປຶກສາຫາລືຂອງທ່ານເອກອັກຄະລັດຖະທູດ, ປະລິນຍາເອກ ຫງວຽນຮົ່ງທາວ, ມີລາຍບົດຮຽນພຶດຕິກຳຕົວຈິງຂອງ ຫວຽດນາມ ໃນການພົວພັນກັບສາກົນໄດ້ສະເໜີໃຫ້ເອົາໃສ່ໃນບົດລາຍງານຂອງ ILC ກ່ຽວກັບຫົວຂໍ້ກົດໝາຍສາກົນຄື: ບົດບາດຂອງ ຫວຽດນາມ ໃນການຕໍ່ສູ້, ຕ້ານໂທດກຳດັບສູນເຊື້ອຊາດ, ໂທດກຳຕ້ານຄືນມວນມະນຸດ; ການຮ່ວມມື ຫວຽດນາມ - ອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ… ທ່ານເອກອັກຄະລັດຖະທູດ, ປະລິນຍາເອກ ຫງວຽນຮົ່ງທາວ ສືບຕໍ່ໄດ້ດຳລົງຕຳແໜ່ງເປັນສະມາຊິກຂອງ ILC ອາຍຸການ 2023 – 2027 ຕື່ມອີກ.

ກ່າວຄຳເຫັນສິ້ນສຸດກອງປະຊຸມຄັ້ງທີ 73 ແລະ ກໍ່ສິ້ນສຸດອາຍຸການ 2017 – 2022 ຂອງ ILC, ໂດຍຕາງໜ້າກຸ່ມອາຊີ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ການພັດທະນາຄວາມກ້າວໜ້າຂອງກົດໝາຍສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top