• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກອອກຫຼາຍຕໍ້ສະເໜີແນະສຳຄັນກ່ຽວກັບການຮ່ວມມືລັດຖະສະພາທີ່ APPF 31

ຫວຽດນາມ ສະໜັບສະໜູນບັນດາຄຳເຫັນປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ, ສະໜັບສະໜູນເລື່ອງຊຸກຍູ້ການແກ້ໄຂບັນດາການປະທະກັນ
(ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ກ່າວບົດປາໄສ)

ວັນທີ 24 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ກ່າວບົດປາໄສສຳຄັນ ທີ່ວາລະປະຊຸມຄົບຄະນະກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ ໃນຂອບເຂດເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 31 (APPF 31),  ພວມຈັດຂຶ້ນຢູ່ນະຄອນຫຼວງ Manila, Philippines.

ໃນບົດກ່າວປາໄສດ້ວຍຫົວຂໍ້ “ເພີ່ມທະວີຄວາມສຳມາດຂອງບັນດາລັດຖະສະພາ ແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ” ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນບັນດາຄຳເຫັນປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ, ສະໜັບສະໜູນເລື່ອງຊຸກຍູ້ການແກ້ໄຂບັນດາການປະທະກັນ ແລະ ຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ຫຼືນຳໃຊ້ກຳລັງອາວຸດ, ປະຕິບັດກົດໝາຍສາກົນ, ກົດບັດ ສປຊ:

ທີ່ 1 ແມ່ນສືບຕໍ່ຮັກສາຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮ່ວມມືລັດຖະສະພາ, ເພີ່ມທະວີການໂອ້ລົມສົນທະນາ, ແບ່ງປັນຂໍ້ມູນ ແລະ ບົດຮຽນການເຄື່ອນໄຫວຂອງລັດຖະສະພາ. ທີ່ 2 ແມ່ນສືບຕໍ່ປັບປຸງບັນດາກົນໄກ, ເຄືອຄ່າຍຮ່ວມມື ແລະ ຮ່ວມສຳພັນຄື APPF.  ທີ່ 3 ແມ່ນຍົກສູງຄວາມສາມາດດ້ານວິຊາສະເພາະຂອງລັດຖະສະພາ ແລະ ບັນດາສະມາຊິກເພື່ອຊຸກຍູ້ ສັນຕິພາບ, ສະຖຽນລະພາບ. ທີ 4 ແມ່ນ ບັນດາລັດຖະສະພາສະມາຊິກ APPF ຕ້ອງບຸລິມະສິດແຫຼ່ງກຳລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ, ສ້າງພື້ນຖານໃຫ້ແກ່ ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ມານະພະຍາຍາມຊຸກຍູ້ກອງປະຊຸມສຳຫຼວດກວດກາ NPT ໃຫ້ບັນລຸໝາກຜົນຢ່າງແທ້ຈິງ

ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມໃນການບູລະນະ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ເວົ້າລວມ ແລະ ກອງປະຊຸມສະມັດຊາໃຫຍ່ ເວົ້າສະເພາະ.

Top