• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກອອກຂໍ້ສະເໜີສຳຄັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 9

ການຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຮ່ວມມື ແມ່ຂອງ - ລ້ານຊ້າງ.
(ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 9 ຈັດຂຶ້ນໃນວັນທີ 16 ສິງຫາ, ຢູ່ ຊຽງໃໝ່, ປະເທດ ໄທ, ດ້ວຍຫົວຂໍ້ “ມຸ່ງໄປເຖິງອະນາຄົດປອດໄພ ແລະ ຍືນຍົງກວ່າໃຫ້ແກ່ພາກພື້ນ ແມ່ຂອງ - ລ້ານຊ້າງ”. ກອງປະຊຸມມີການເຂົ້າຮ່ວມຂອງບັນດາປະເທດສາຊິກ, ລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ຢືນຢັນວ່າ ການຖືເປັນສຳຄັນ ແລະ ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ສຳລັບການຮ່ວມມື ແມ່ຂອງ - ລ້ານຊ້າງ. ທ່ານນາງໄດ້ຍົກອອກຂໍ້ສະເໜີແນະສຳຄັນຈຳນວນໜຶ່ງ ເພື່ອປະຕິບັດວິໄສທັດພັດທະນາທີ່ບັນດາການນຳ ແມ່ຂອງ - ລ້ານຊ້າງ ໄດ້ຮັບຮອງເອົາແລ້ວໃຫ້ປະກົດຜົນເປັນຈິງ. ຕາມນັ້ນແລ້ວ, ຫວຽດນາມ ສະເໜີໃຫ້ ແມ່ຂອງ - ລ້ານຊ້າງ ຮ່ວມມືກັນເປີດກວ້າງຕະຫຼາດ, ປັບປຸງລະບົບສະໜອງແບບຍືນຍົງ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ. ແມ່ຂອງ - ລ້ານຊ້າງ ຕ້ອງໃຫ້ບຸລິມະສິດຍົກສູງກຳລັງຄວາມສາມາດດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ຜ່ານການຜັນຂະຫຍາຍແນວນະວັດຕະກຳ ແມ່ຂອງ - ລ້ານຊ້າງ ໃຫ້ບັນລຸປະສິດທິຜົນ. ບັນດາຂໍ້ສະເໜີ ແລະ ການປະກອບສ່ວນຂອງ ຫວຽດນາມໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະເທດຕ່າງໆ ແລະ ນຳເຂົ້າບັນດາເອກະສານກ່ຽວກັບການກຳນົດທິດຮ່ວມມື ແມ່ຂອງ - ລ້ານຊ້າງ ໃນໄລຍະຈະມາເຖິງ.

ກອງປະຊຸມໄດ້ອອກແຈ້ງການຊື່ມວນຊົນຮ່ວມ ແລະ ຮັບຮອງເອົາ 3 ຂໍ້ລິເລີ່ມໃໝ່ກ່ຽວກັບການເພີ່ມທະວີການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ, ສ້າງສະພາບແວດລ້ອມອາກາດປອດໂປ່ງ ແລະ ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top