• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຍີ່ປຸ່ນ ເຊື່ອມຕໍ່ຍຸດທະສາດເພື່ອພັດທະນາເສດຖະກິດ

ຕອນບ່າຍວັນທີ 7 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ (Keidanren) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເສດຖະກິດ ຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງດ້ານການທູດຫວຽດນາມ - ຍີ່ປຸ່ນ (21/9/1973 - 21/9/2023).
  ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ແລະ ຜູ້ຕາງໜ້າສະຫະພັນບັນດາອົງການເສດຖະກິດ ຍີ່ປຸ່ນ (Keidanren)  

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ທ່ານປະທານສະພາແຫ່ງຊາດຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ສົມບູນແບບ, ກຳນົດທິດກົດໝາຍ ແລະ ນະໂຍບາຍ, ສືບຕໍ່ສ້າງຄວາມເຂັ້ມແຂງທາງດ້ານການແກ່ງແຍ້ງເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ, ໃນນັ້ນມີນັກລົງທຶນຕ່າງປະເທດທີ່ລົງທຶນ ທຳການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ.

ກ່ຽວຂ້ອງເຖິງການຜັນຂະຫຍາຍປະຕິບັດຂອບເຂດຂໍ້ລິເລີ່ມຮ່ວມຫວຽດນາມ - ຍີ່ປຸ່ນ ໄລຍະ 9ຂອບເຂດຂໍ້ລິເລີ່ມຮ່ວມຫວຽດນາມ-ຍີປຸ່ນ, ທ່ານປະທານສະພາແຫ່ງຊາດສະເໜີ 4 ກຸ່ມບັນຫາ ຄື: ເຊື່ອມຕໍ່ຍຸດທະສາດພັດທະນາຂອງ 2 ພື້ນຖານເສດຖະກິດ, ຂອບເຂດກົດໝາຍ ແລະ ນະໂຍບາຍຂອງ 2 ປະເທດ; ການຮ່ວມມືໃນການພັດທະນາພື້ນຖານໂຄງລ່າງ, ລວມທັງພື້ນຖານໂຄງລ່າງການຫັນເປັນດິຈິຕອນ, ການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານຢ່າງຍຸຕິທຳ; ເຊື່ອມຕໍ່ ເພີ່ມທະວີຄວາມສາມາດຜະລິດຂອງແຕ່ລະປະເທດໂດຍຜ່ານການເຊື່ອມຕໍ່ວິສາຫະກິດ ເພື່ອສ້າງຕ່ອງໂສ້ຜະລິດ ແລະ ການສະໜອງໃນພາກພື້ນ ແລະ ໂລກ; ການເຊື່ອມຕໍ່ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.

 

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ເນັ້ນໜັກວ່າ ຫວຽດນາມ ແລະ ຍີ່ປຸ່ນ ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top