• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືຫຼາຍຝ່າຍ ແລະ ບົດບາດເປັນສະມາຊິກ UNESCO

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີ່ມ ໄດ້ໃຫ້ການຕ້ອນຮັບທ່ານນາງ Audrey Azoulay, ຜູ້ອໍານວຍການໃຫຍ່ອົງການການສຶກສາ, ວິທະຍາສາດ ແລະວັດທະນະທໍາ ສະຫະປະຊາຊາດ (UNESCO) ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໂຕເລີ່ມ ແລະ ທ່ານນາງ Audrey Azoulay, ຜູ້ອໍານວຍການໃຫຍ່ອົງການ UNESCO

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືຫຼາຍຝ່າຍ ແລະ ບົດບາດເປັນສະມາຊິກ UNESCO, ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນພາລະກຳ ແລະ ວຽກງານຮ່ວມຂອງ UNESCO ໃນຖານະເປັນສະມາຊິກຂອງບັນດາກົນໄກຄຸ້ມຄອງສຳຄັນ. ທ່ານເລຂາທິການໃຫຍ່ຮຽກຮ້ອງ UNESCO ສືບຕໍ່ໜູນຊ່ວຍ ແລະ ສະໜັບສະໜູນ ຫວຽດນາມ ໃນຂະບວນວິວັດການເຊື່ອມໂຍງ ແລະ ພັດທະນາ, ພິເສດແມ່ນບັນດາຂົງເຂດສຶກສາ, ວິທະຍາສາດ, ວັດທະນະທຳ ແລະ ສື່ສານ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການ, ໜູນຊ່ວຍແຫແຫຼ່ງກຳລັງຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ສົມທົບກັນໜູນຊ່ວຍໃຫ້ແກ່ວຽກງານໂຄສະນາບັນດາຄຸນຄ່າວັດທະນະທຳມະນຸດ ແລະ ວັດທະນະທຳສອດຄອງກັບຜົນປະໂຫຍດຂອງຫວຽດນາມ ແລະ UNESCO, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ມໍລະດົກ, ກຳລັງແຮງຂແງຊາວຫວຽດນາມ ແລະອື່ນໆ.

    ສ່ວນທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ໄດ້ສະແດງຄວາມປະທັບໃຈຕໍ່ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືວ່າ ຫວຽດນາມ ແມ່ນຕົວແບບທີ່ຫຼາຍປະເທດສາມາດຖອດຖອນໄດ້. ທ່ານາງ ຢືນຢັນວ່າ UNESCO ຈະສືບຕໍ່ໜູນຊ່ວຍ ຫວຽດນາມໃນບັນດາການເຄື່ອນໄຫວອະນຸລັກຮັກສາມໍລະດົກໂລກ, ຊຸກຍູ້ບັນດາຄຸນຄ່າມໍລະດົກ, ພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງ​ພ້ອມກັບ​ບັນ​ດາ​ສະ​ມາ​ຊິກ CICA

ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຮ່ວມ​ເດີນ​ທາງ​ພ້ອມກັບ​ບັນ​ດາ​ສະ​ມາ​ຊິກ CICA

ທ່ານ​ຮອງ​ປະ​ທານ​ປະ​ເທດ ນາງ ຫວໍ​ທິ​ແອັງ​ຊວັນ ຕີ​ລາ​ຄາ​ສູງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາກວ່າ 30 ປີ​ຜ່ານ​ມາ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ CICA ໃນ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົ​ນທະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

Top