• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

ເລື່ອງພັດທະນາລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດເທົ່ານັ້ນ, ຫາກຍັງ ສ້າງກາລະໂອກາດໃຫ້ທຸກພາກສ່ວນໃນສັງຄົມ ໄດ້ສໍາຜັດກັບການບໍລິການພາກລັດ ຜ່ານລະບົບເອເລັກໂຕນິກ ແລະ ດີຈີຕອນ ອີກດ້ວຍ.

ພິທີເປີດ (ພາບ: TTXVN)

ວັນທີ 15 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ໄດ້ສົມທົບກັບກຸ່ມບໍລິສັດ ໄປສະນີ, ໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງພິທີເປີດນໍາໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕນິກ (E-Office). ນີ້ແມ່ນຂີດໝາຍການຮ່ວມມືທີ່ສໍາຄັນລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ແລະ ກຸ່ມບໍລິສັດ VNPT ບົນພື້ນຖານບົດບັນທຶກຊ່ວຍຈໍາ ທີ່ສອງຝ່າຍໄດ້ລົງນາມ ເມື່ອເດືອນ ເມສາ 2017 ກ່ຽວກັບການນໍາໃຊ້ລັດຖະບານເອເລັກໂຕນິກ.

        ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ໃຫ້ຮູ້ວ່າ ກິດຈະການຫັນເປັນທັນສະໄໝ ແມ່ນເລື່ອງທີ່ ພັກ, ລັດຖະບານ ລາວ ຖືເປັນສໍາຄັນ ແລະ ໄດ້ນໍາເຂົ້າໃນມະຕິກອງປະຊຸມໃຫຍ່ ຊຸດທີ 10 ຂອງພັກ ປະຊາຊົນປະຕິວັດ ລາວ. ເລື່ອງພັດທະນາລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດເທົ່ານັ້ນ, ຫາກຍັງ ສ້າງກາລະໂອກາດໃຫ້ທຸກພາກສ່ວນໃນສັງຄົມ ໄດ້ສໍາຜັດກັບການບໍລິການພາກລັດ ຜ່ານລະບົບເອເລັກໂຕນິກ ແລະ ດີຈີຕອນ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top