• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ບັນດາການພົວພັນຮ່ວມມື 2 ຝ່າຍ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ.

    

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນພົບປະກັບ

ທ່ານນາງ Wendy Sherman ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ອາເມລິກາ. (ພາບ: VGP)

ວັນທີ 22 ກັນຍາ, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 77 ຢູ່ ນິວຢອກ, ປະເທດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ໄດ້ເຂົ້າຮ່ວມງານລ້ຽງໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ເປັນເຈົ້າພາບຈັດຂຶ້ນຢູ່ຫໍພິພິຕະພັນປະຫວັດສາດທຳມະຊາດ ອາເມລິກາ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ. ສ່ວນທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ຍາມໃດກໍ່ສະໜັບສະໜູນການພັດທະນາການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຢ່າງແຮງ, ພ້ອມກັນນັ້ນກໍ່ສະແດງຄວາມປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຈຸດເວລາທີ່ເໝາະສົມ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ກໍ່ໄດ້ມີການພົບປະກັບທ່ານນາງ Wendy Sherman ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ອາເມລິກາ, ທ່ານນາງ Cindy McCain ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO); ທ່ານ David Kabua ປະທານາທິບໍດີໝູ່ເກາະ Marshall; ທ່ານ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິ່ງມິນໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບສະພາການຄ້າ ອາເມລິກາ, ສະພາດຳເນີນທຸລະກິດກ່ຽວກັບຄວາມຮູ້ສາກົນ, ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ແລະ ບັນດາວິສາຫະກິດ ອາເມລິກາ ທີ່ເຄື່ອນໄຫວໃນຫຼາຍຂົງເຂດ.

        ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ອາເມລິກາ, ເພີ່ມທະວີ, ເປີດກວ້າງການດຳເນີນທຸລະກິດ ແລະ ລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top