• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ WIPO, ສ.ຝລັ່ງ ແລະ UNESCO

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຜັນຂະຫຍາຍບັນດາຂໍ້ລິເລີ່ມລວມຂອງ WIPO ໃນການໜູນຊ່ວຍຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມສະດວກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນລະບົບຊັບສິນທາງປັນຍາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຜັນຂະຫຍາຍບັນດາຂໍ້ລິເລີ່ມລວມຂອງ WIPO ໃນການໜູນຊ່ວຍຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມສະດວກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນລະບົບຊັບສິນທາງປັນຍາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

    

ຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ

(ພາບປະກອບ: TTXVN)

ໃນລະຫວ່າງວັນທີ 07 – 14 ກໍລະກົດ, ໂດຍໄດ້ຮັບການອະນຸຍາດຂອງທ່ານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຮີນແທັງດາດ ໄດ້ນຳໜ້າຄະນະປະຕິບັດງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາຄູ່ຮ່ວມມືຢູ່ ສ.ຝລັ່ງ, ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມຄັ້ງທີ 63 ສະມັດຊາໃຫຍ່ອົງການສັບຊິນທາງປັນຍາໂລກ (WIPO) ຢູ່ ເຊີແນວ, ປະເທດ ສະວິດ.

        ທີ່ບັນດາການເຮັດວຽກ, ທ່ານລັດຖະມົນຕີ ຮີນແທັງດາດ ເນັ້ນໜັກວ່າ ດ້ວຍບົດບາດເປັນສະມາຊິກ WIPO, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຜັນຂະຫຍາຍບັນດາຂໍ້ລິເລີ່ມລວມຂອງ WIPO ໃນການໜູນຊ່ວຍຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມສະດວກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນລະບົບຊັບສິນທາງປັນຍາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ວິສາຫະກິດເລີ່ມທຸລະກິດ, ສົ່ງເສີມການເຂົ້າຮ່ວມຂອງແມ່ຍິງ ແລະ ໄວໜຸ່ມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ແມ່ນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ WIPO.

        ກ່ອນໜ້ານັ້ນຢູ່ສ.ຝລັ່ງ, ທ່ານລັດຖະມົນຕີ ຮີນແທັງດາດ ໄດ້ໂອ້ລົມສົນທະນາ 2 ຝ່າຍກັບລັດຖະມົນຕີກະຊວງມະຫາວິທະຍາໄລ ແລະ ຄົ້ນຄວ້າ ຝລັ່ງ (MERS).

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top