• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄັດຄ້ານເລື່ອງ ຈີນ ມີບັນດາການກະທໍາຜິດກົດໝາຍຢູ່ທະເລຕາເວັນອອກ

      ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ທີ່ດໍາເນີນໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຄັດຄ້ານບັນດາການກະທໍາຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ການສ້າງສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ. 


ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: VOV)
      ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າ ຈີນ ໄດ້ຈັດສົ່ງເຮືອບິນຖີ້ມລະເບີດໄປຍັງເກາະຝູເລິມ ຂຶ້ນກັບໝູ່ເກາະ ຮວ່າງຊາ ຂອງ ຫວຽດນາມ ເມື່ອຕົ້ນເດືອນສິງຫານີ້, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວລ່ວງລໍ້າອະທິປະໄຕຂອງຫວຽດນາມ.
        “ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວ, ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກເຂດນໍ້າແດນດິນຂອງ ຫວຽດນາມໄດ້. ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສໍາລັບ 2 ໝູ່ເກາະ ດັ່ງກ່າວແມ່ນສອດຄ່ອງກັບກົດໝາຍສາກົນ. ເລື່ອງບັນດາຝ່າຍໄດ້ນໍາເອົາອາວຸດປະເພດຕ່າງໆ ກໍຄື ເຮືອບິນສູ້ຮົບ ເຂົ້າໄປຍັງໝູ່ເກາະ  ຮວ່າງຊາ ນັ້ນ, ບໍ່ພຽງແຕ່ແມ່ນການລ່ວງລໍ້າອະທິປະໄຕຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍ ຕ້ອງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ທະເລຕາເວັນອອກ.”
ກໍ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຳປັ່ນຕຳຫຼວດທະເລຂອງ ຈີນ ຢູ່ເຂດໃກ້ກັບໄຫຼ່ທະວີບຂອງ ຫວຽດນາມ ໃນໄລຍະຜ່ານມາ, ທ່ານນາງ ເລທິທຸູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຈະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ຢູ່ທະເລຕາເວັນອອກ:
ບັນດາກຳລັງທີ່ມີໜ້າທີ່ປ້ອງກັນທະເລຂອງ ຫວຽດນາມ ຍາມໃດກໍ່ຕິດຕາມກວດກາຢ່າງແໜ້ນແຟ້ນທຸກການກະທຳຢູ່ທະເລຕາເວັນອອກ ແລະ ປະຕິບັດກົດໝາຍໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍຢູ່ເຂດທະເລຂອງ ຫວຽດນາມ ເພື່ອປົກປັກຮັກສາອະທິປະໄຕ, ບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ.
ຕາມທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລ້ວ, ທຸກການເຄື່ອນໄຫວຂອງບັນດາຝ່າຍຕ້ອງເຄົາລົບກົດໝາຍສາກົນຢ່າງເຮັ້ມງວດ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງຢູ່ບັນດາເຂດທະເລໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982./.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top