• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຄວາມງາມແບບຮົກເຮື້ອເລິກລັບຂອງທຳມະຊາດ

ຢູ່ບັນດາເຂດປ່າຊົນຮ້ອນ ເຂດພູ ໄຕບັກ, ແຫ່ງທີ່ບໍ່ຄອບມີມະນຸດ, ໂຕລິນ, ສັດລ້ຽງລູກດ້ວຍນົມຍັງມີຢູ່.
(ພາບປະກອບ)

 ດ້ວຍຫົວຂໍ້ “ຫວຽດນາມ - ຄວາມງາມແບບຮົກເຮື້ອເລິກລັບ ມະຫັດສະຈັນ”. ໃນການອອກອາກາດຫຼ້າສຸດຂອງລາຍການ “ເຂດສວນມະຫັດສະຈັນ” (Le Jardin Extraordinaire) ຕອນຄ່ຳວັນທີ  01 ກຸມພາ ຂອງຊ່ອງໂທລະພາບ La Une - ຊ່ອງກະຈາຍສຽງ ແລະ ໂທລະພາບ ແບນຊິກ (RTBF), ໂຄສົກລາຍການ Tanguy ໄດ້ນຳຜູ້ຊົມມາສູ່ ຫວຽດນາມ. ການເດີນທາງໄດ້ເລີ່ມຈາກບັນດາເຂດອະນຸລັກສະເພາະ. ຢູ່ບັນດາເຂດປ່າຊົນຮ້ອນ ເຂດພູ ໄຕບັກ, ແຫ່ງທີ່ບໍ່ຄອບມີມະນຸດ, ໂຕລິນ, ສັດລ້ຽງລູກດ້ວຍນົມຍັງມີຢູ່. ການເດີນທາງຕໍ່ໄປແມ່ນເຂດອ່າວ ຮະລອງ - ແຫ່ງມະຫັດສະຈັນທຳມະຊາດທີ່ມີຊື່ສຽງທົ່ວໂລກ. ຢູ່ແຫ່ງນີ້, ຢູ່ທາມກາງເຂດພູຫີນປູນໃຫຍ່ໂຕ ແລະ ນ້ຳຂຽວໄສ້ເຢັນຢູ່ເຂດອ່າວ ຮະລອງ, ໂຕຄ່າງ ກາດບ່າ, ແມ່ນສັດທີ່ຫາຍາກໃນໂລກຍັງດຳລົງຊີວິດ.

        ຜ່ານລາຍການ, ຫວຽດນາມ ໄດ້ປະກົດຂຶ້ນບໍ່ພຽງແຕ່ແມ່ນຈຸດນັດພົບເທົ່ານັ້ນ, ຫາກຄືດັ່ງໂລກໜຶ່ງພວມລໍຖ້າມາຂຸດຄົ້ນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top