• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄວນບຸລິມະສິດພັດທະນາເຕັກໂນໂລຢີເປັນມິດກັບສິ່ງແວດລ້ອມ

      ບັນດາຜົນເສຍຫາຍຍ້ອນມົນລະພິດສິ່ງແວດລ້ອມກວມແຕ່ 1,5 – 3% GDP. ນອກຈາກນັ້ນ, ແຕ່ລະປີ ຫວຽດນາມ ຖືກເສຍຫາຍ 800 ລ້ານ USD

ສະພາບມົນລະພິດຍ້ອນນ້ຳມັນຮົ່ວໄຫຼ
      ບັນດາໄພມົນລະພິດສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນໄດ້ ແລະ ພວມສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງພື້ນຖານເສດຖະກິດ ຫວຽດນາມ. ໝາກຜົນຂອງການຄົ້ນຄ້ວາກ່ຽວກັບຄວາມເສຍຫາຍທັງໝົດຂອງພື້ນຖານເສດຖະກິດຍ້ອນມົນລະພິດສິ່ງແວດລ້ອມເກີດຂຶ້ນຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ: ບັນດາຜົນເສຍຫາຍຍ້ອນມົນລະພິດສິ່ງແວດລ້ອມກວມແຕ່ 1,5 – 3% GDP. ນອກຈາກນັ້ນ, ແຕ່ລະປີ ຫວຽດນາມ ຖືກເສຍຫາຍ 800 ລ້ານ USD ໃນບັນດາຂົງເຂດສົ່ງເສີມສຸຂະພາບວົງຄະນະຍາດຍ້ອນມົນລະພິດສິ່ງແວດລ້ອມກໍ່ຂຶ້ນ. ການແກ້ໄຂບັນດາສິ່ງຈຳກັດກ່ຽວກັບສິ່ງແວດລ້ອມແມ່ນໜ້າທີ່ຈຳເປັນທີ່ໄດ້ວາງອອກໃນປະຈຸບັນ. ທ່ານ ຫງວຽນເທ໋ດົງ, ຮອງຫົວໜ້າກົມສິ່ງແວດລ້ອມ, ໃຫ້ຮູ້ວ່າ:
        ໃນໄລຍະຈະມາເຖິງ, ວຽກງານປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງສິ່ງແວດລ້ອມຢູ່ ຫວຽດນາມ ຈະມີການຫັນປ່ຽນທີ່ດີກ່ວາອີກ ສະນັ້ນຍັງມີຫຼາຍວຽກຕ້ອງເຮັດ. ກ່ອນອື່ນໝົດ, ພວກເຮົາພິຈາລະນາຄືນລະບົບກ່ຽວກັບນະໂຍບາຍຂອງພວກເຮົາທີ່ກ່ຽວຂ້ອງເຖິງສິ່ງແວດລ້ອມ. ທີສອງແມ່ນເພີ່ມທະວີວຽກງານກວດກາເພື່ອພົບເຫັນບັນດາແຫຼ່ງໄດ້ກໍ່ມົນລະພິດ, ຮາກຖານກໍ່ມົນລະພິດເພື່ອມີມາດຕະການແກ້ໄຂຢ່າງທັນການ. ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາ ເພື່ອແນໃສ່ຍົກສູງສະຕິຄວາມຮູ້ຂອງວົງຄະນະຍາດໃນການປົກປັກຮັກສາສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top