• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄວນຊອກຫາທ່າໄດ້ປຽບແກ່ງແຍ້ງໃໝ່ໃນສະໄໝການປະຕິວັດ 4.0

      ໃນສະພາວະການປະຕິວັດອຸດສາຫະກຳ 4.0, ຫວຽດນາມ  ແລະ ບັນດາປະເທດອື່ນຢູ່ໃນລະດັບການພັດທະນາເທົ່າກັນ ບໍ່ອາດຖືຄ່າແຮງງານຕ່ຳເປັນທ່າແຮງໃນການແກ່ງແຍ້ງ,

(ພາບປະກອບ)
      ເລື່ອງຊອກຫາທ່າໄດ້ປຽບແກ່ງແຍ້ງໃໝ່ ແມ່ນບັນຫາໃຫຍ່ສຳລັບ ຫວຽດນາມ ເວົ້າສະເພາະ ແລະ ບັນດາປະເທດສະມາຊິກ ອາຊຽນ ເວົ້າລວມ. ນີ້ແມ່ນຄຳຢືນຢັນຂອງທ່ານ Justin Wood, ຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ, ສະມາຊິກຄະນະບໍລິຫານອົງການເວທີປາໄສເສດຖະກິດໂລກ (WEF), ກ່ອນທີ່ດຳເນີນກອງປະຊຸມ WEF ASEAN ຢູ່ຮ່າໂນ້ຍແຕ່ວັນທີ 11 – 13 ກັນຍາ.
        ຕາມທ່ານ Justin Wood ແລ້ວ, ດ້ວຍຫົວຂໍ້ວ່າ “ອາຊຽນ 4.0 ຈິດໃຈນັກທຸລະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4”, WEF ASEAN ປີນີ້ ສຸມໃສ່ເຂົ້າໃນເລື່ອງຊອກຮູ້ຄວາມໝາຍຂອງການປະຕິວັດອຸດສາຫະກຳຄັ້ງທີ 10 ສຳລັບ 10 ປະເທດ ອາຊຽນ.  ທ່ານ Justin Wood ຖືວ່າ: ການປະຕິວັດນີ້ ສົ່ງຜົນກະທົບເຖິງບັນດາປະເທດໃນໂລກທັງໝົດ, ເຖິງວ່າແມ່ນບັນດາປະເທດຮັ່ງມີ, ທັນສະໄໝທີ່ສຸດ ຫຼື ບັນດາປະເທດທຸກຍາກ ແລະ ດ້ອຍພັດທະນາທີ່ສຸດກໍ່ຕາມ.
        ແລະກໍ່ຕາມຜູ້ອຳນວຍການຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກຂອງເວທີປາໄສເສດຖະກິດໂລກແລ້ວ, ບັນດາປະເທດຄື ຫວຽດນາມ ຕ້ອງສະແດງລັກສະນະແກ່ງແຍ້ງຢູ່ບັນດາແງ່ມູມອື່ນ, ບໍ່ພຽງແຕ່ຢູ່ແງ່ມູນການຜະລິດທີ່ມີລາຍຈ່າຍຕ່ຳເທົ່ານັ້ນ. ຜູ້ຕາງໜ້າ WEF ຫວັງວ່າ WEF ASEAN ຄັ້ງນີ້ ຈະແມ່ນໂອກາດເພື່ອປຶກສາຫາລື ແລະ ເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາບາດກ້າວຕໍ່ໄປ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ

ໃນໄລຍະຈະມາເຖິງ, ກະຊວງພາຍໃນ (ຄະນະສາສະໜາຂອງລັດຖະບານ) ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ...

Top