• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມໃຫ້ເດືອນປະທານ ສະພາຄວາມໝັ້ນຄົງ ສປຊ

      ຕາມລຳດັບໝູນວຽນ, ເດືອນເມສານີ້ ຫວຽດນາມ ຈະສືບຕໍ່ດຳລົງຕຳແໜ່ງເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ ກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ນີ້ແມ່ນຄັ້ງທີ 2 ຫວຽດນາມ ດຳລົງຕຳແໜ່ງປະທານ ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການ 2020 – 2021.
ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ
      ນອກຈາກບັນດາບັນຫາຂຶ້ນກັບລາຍການນັດສາມັນ ຂອງເດືອນເມສາແລ້ວ, ຫວຽດນາມ ກໍ່ຈະຊຸກຍູ້ 4 ເຫດການຕາມຂໍ້ລິເລີ່ມສະເພາະຂອງ ຫວຽດນາມ. ໃນນັ້ນມີເຫດການສຳຄັນທີ່ສຸດຈະໄດ້ດຳເນີນໃນວັນທີ 19 ເມສາ ແມ່ນການປຶກສາຫາລືເປີດກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ສປຊ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ອານຸພາກພື້ນ ໃນການຊຸກຍູ້ການເຈລະຈາ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອສະກັດກັ້ນການປະທະກັນ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ:
        ປັດຈຸບັນ, ພວກເຮົາກໍ່ຕ້ອງປະເຊີນໜ້າ ກັບຫຼາຍບັນຫາທີ່ພວມເກີດຂຶ້ນຄື ມຽນມາ, ບັນຫານິວເຄຼຍບົນແຫຼມເກົາຫຼີ, ບັນຫາຢູ່ຊີຣີ, ເຢແມນ, ລີບີ. ມີບັນດາບັນຫາໃນປັດຈຸບັນ, ບາງປະເທດມະຫາອຳນາດສາມາດຊອກຫາໄດ້ສຽງເວົ້າລວມຢ່າງງ່າຍດາຍກ່ວາເມື່ອທຽບໃສ່ກັບເດືອນມັງກອນຂອງປີ 2020 ໃນຂະນະທີ່ ຫວຽດນາມ ດຳເນີນຕຳແໜ່ງເປັນປະທານ ແຕ່ໃນນັ້ນກໍ່ມີຫຼາຍບັນຫາເຂົາເຈົ້າຍັງມີທັດສະນະທີ່ແຕກຕ່າງກັນ. ວຽກຂອງ ປະທານສະພາຄວາມໝັ້ນຄົງ ສປຊ ແມ່ນເຮັດແນວໃດ ຈະສາມາດປະສົມກົມກຽວ, ຊອກຫາໄດ້ຕຳລາລວມ ເພື່ອໃຫ້ບັນດາຝ່າຍເຮັດວຽກນຳກັນໄດ້, ເຮັດແນວໃດເພື່ອໃຫ້ສະພາຄວາມໝັ້ນຄົງ ສປຊ ສາມາດຕັດສິນໄດ້ບັນດາບັນຫາເກີດຂຶ້ນໃໝ່ຢ່າງທັນການ ແລະ ຖືກຕ້ອງ ຕໍ່ບັນຫາໄດ້ເກີດຂຶ້ນ ແລະ ນັ້ນແມ່ນບັນຫາເຊິ່ງປະທານສະພາຄວາມໝັ້ນຄົງ ສປຊ ໃດກໍ່ຕ້ອງປະຕິບັດ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top