• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມຮ່ວມມືແລະຮັບກະແສເງິນລົງທຶນກັບຄູ່ຮ່ວມມືສາກົນ

      ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດອັງກິດ ມາລົງທຶນຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງລັດຖະມົນຕີການຄ້າສາກົນແຫ່ງລາຊະອານາຈັກອັງກິດ Elizabeth Truss
(ພາບ: TTXVN)
      ຕອນບ່າຍວັນທີ 11 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຄ້າສາກົນແຫ່ງລາຊະອານາຈັກອັງກິດ Elizabeth Truss. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, 2 ປະເທດມີມູນເຊື້ອຮ່ວມມືໃນຫຼາຍຂົງເຂດ, ສະນັ້ນ 2 ປະເທດຄວນລົງນາມໃນສັນຍາ FTA 2 ຝ່າຍໂດຍໄວ, ຜ່ານນັ້ນຍູ້ແຮງວົງເງິນການຄ້າ 2 ສົ້ນ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ອັງກິດ ເຂົ້າຮ່ວມສັນຍາ CPTPP ກໍ່ຄືການສະໜັບສະໜູນແຜນນະໂຍບາຍການຄ້າເສລີ. ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດອັງກິດ ມາລົງທຶນຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.
        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA) Kitaoka Shinichi. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ໄດ້ສ້າງທຸກເງື່ອນໄຂ, ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດຍີ່ປຸ່ນ ທຳມາຫາກິນຢູ່ຫວຽດນາມ ປະສົບຜົນສຳເລັດ. ພ້ອມກັນນັ້ນ, ລັດຖະບານຫວຽດນາມ ກໍ່ປາດຖະໜາຢາກໃຫ້ JICA ສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top