
ການພົບປະເຈລະຈາລະຫວ່າງ ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິງ ແລະ ທ່ານ Salvador Valdes Mesa ຮອງປະທານສະພາແຫ່ງລັດ ແລະ ສະພາລັດຖະລັດມົນຕີ ກູບາຜູ້ທີໜຶ່ງ (ພາບ: TTXVN)
ຕອນບ່າຍວັນທີ 8 ກໍລະກົດ, ທີ່ຫໍປະຕິວັດຢູ່ ນະຄອນຫຼວງ La Habana, ທ່ານ Salvador Valdes Mesa ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະລັດມົນຕີ ກູບາໄດ້ເປັນປະທານໃນພິທີຕ້ອນຮັບ ແລະ ດຳເນີນການເຈລະຈາກັບທ່ານນາງຮອງປະທານປະເທດ ດັ້ງທິງອກທິງ. ທີ່ການພົບປະເຈລະຈາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນກັບ ກູບາ ໃນວິວັດທະນາການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ສະໜັບສະໜູນບັນດາມະຕິຂອງກອງປະຊຸມໃຫຍ່ສະຫະປະຊາຊາດຢ່າງແຮງເຊິ່ງຮຽກຮ້ອງ ອາເມລິກາ ຢຸດຕິນະໂຍບາຍປິດລ້ອມ, ຂວໍ້າບາດດ້ານເສດຖະກິດ, ການຄ້າ ແລະ ການເງິນເພື່ອຕ້ານກູບາ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ບັນດາກະຊວງ, ຂະແໜງການໃນທຸກຂົງເຂດເປັນປະຈຳ, ພິເສດແມ່ນເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍ, ຜັນຂະຫຍາຍບັນດາໂຄງການກ່ຽວກັບກະສິກຳ, ການແພດ, ກໍ່ສ້າງ, ຖະແຫຼງຂ່າວ ແລະ ການສື່ສານ, ການສຶກສາ ແລະ ບຳລຸງສ້າງໃຫ້ມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສະໜັບສະໜູນ, ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດໃນການແຊກຊຶມເຂົ້າຕະຫຼາດຂອງກັນ.
(ແຫຼ່ງຄັດຈາກ VOV)