• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນປະທານການໂອ້ລົມສົນທະນາລະຫວ່າງ ອາຊຽນ ແລະ ປະທານສະມັດຊາໃຫຍ່ສປຊ ຊຸດທີ 75

      ດ້ວຍບົດບາດເປັນປະທານຄະນະກຳມະການອາຊຽນ ປະຈຳ ສປຊ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ນິວຢອກ ໄດ້ມີຂໍ້ລິເລີ່ມຈັດຕັ້ງ ແລະ ເປັນປະທານການໂອ້ລົມສົນທະນາລະຫວ່າງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ ສປຊ ແລະ ທ່ານ Volkan Bozkir ປະທານສະມັດຊາໃຫຍ່ສປຊ ຊຸດທີ 75. 


ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ນິວຢອກ
(ພາບ: TTXVN)
      ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.
            ທ່ານ Volkan Bozkir ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອາຊຽນ ຢູ່ ສປຊ ແລະ ມີຄວາມປາດຖະໜາຢາກບັນດາປະເທດອາຊຽນ, ໃນນັ້ນມີ ຫວຽດນາມ ແລະ ອິນໂດເນເຊຍ ເຊິ່ງປັດຈຸບັນແມ່ນ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ຈະປະກອບສ່ວນເຂົ້າການຊຸກຍູ້ຄວາມສາມັກຄີ, ເອກະພາບຂອງ ສະພາຄວາມໝັ້ນຄົງ ສປຊ ແລະ ສປຊ.
            ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດອາຊຽນ ໄດ້ສະແດງການສະໜັບສະໜູນບັນດາບຸລິມະສິດໃນໂຄງການເຮັດວຽກຂອງທ່ານ Volkan Bozkir ກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ, ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່ງ ອາຊຽນ ແລະ ຫ້ອງວ່າການປະທານ ສະມັດຊາໃຫຍ່ ສປຊຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top