• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ G20 ຄັ້ງທີ 1


ບັນ​ດາ​ການ​ນຳ ຈີ 20 ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຂອງກອງ​ປະ​ຊຸມ​ໃນ​ວັນທີ 4/9
(ພາບ: AFP/TTXVN)
 
      ແຕ່​ວັນ​ທີ 12 – 13/12/2016, ຢູ່​ແບກ​ແລງ, ປະ​ເທດ ເຢຍ​ລະ​ມັນ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (ກອງ​ປະ​ຊຸມ Shepa) ກຸ່ມ 20 ພື້​ນ​ຖານ​ເສດ​ຖະ​ກິດ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ G20, ບັນ​ດາ​ປະ​ເທດ​ແຂກ​ຖືກ​ເຊີນ​ເຊິ່ງ​ລວມ​ມີ: ໂຮນ​ລັງ, ນອກ​ແວ, ສິງກ​ະ​ໂປ, ຫວຽດ​ນາມ,  ແລະ Senegal ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ອົງ​ການ​ສາ​ກົນ​ໃຫຍ່​ໃນ​ໂລກ. ຫວຽດ​ນາມ ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ປະ​ເທດ​ປະ​ທານ G20 ​ ເຢ​ຍ​ລະ​ມັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ດ້ວ​ຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບກອງ​ປະ​ຊຸມ​ຍຸດ​ຍອດ APEC 2017. ທີ່ກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເປັນ​ເຈົ້າ​ພາບ, ຕັ້ງ​ໜ້າ​ປະ​ກອບ​ຫຼາຍ​ຄຳ​ເຫັນ​ທີ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫວູກວາງ​ມີງ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ຍົກ​ອອກ​ຫົວ​ຂໍ​້​ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ປີ APEC 2017 ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ບຸ​ລິມ​ະ​ສິດ​ທີ່ APEC 2017 ແລະ G20 2017 ສາ​ມາດ​ສົ​ມ​ທົບ​ກັນ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ, ເນັ້ນ​ໜັກ​ຕ້ອງ​ເພີ່​ມ​ທະ​ວີ​ການ​ສົ​ມ​ທົບ​ກັນ ແລະ ເພີ່ມ​ເຕີມ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ G20 ແລະ APEC ໃນ​ບັນ​ດາ​ບັນ​ຫາ​ພັດ​ທ​ະ​ນາ​ເຊິ່ງ​ໂລກ​ພວມ​ຕ້ອງ​ແກ້​ໄຂ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top