• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮ່ວມແຮງຮ່ວມໃຈຊຸກຍູ້ການຮ່ວມມືສາກົນກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ-ຊາຍ

      ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນ ເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
ຄະນະຜູ້ຕາງຫນ້າຫວຽດນາມ  ເຂົ້າຮ່ວມກອງປະຊຸມອອນລາຍ ສ້າງຕັ້ງເຄືອຂ່າຍສາກົນຢູ່ ປາຣີ (ພາບ: baoquocte.vn)
      ຄະນະຜູ້ຕາງຫນ້າຫວຽດນາມ ຄຽງຂ້າງ UNESCO ຫາກໍ່ເຂົ້າຮ່ວມກອງປະຊຸມອອນລາຍ ສ້າງຕັ້ງເຄືອຂ່າຍສາກົນຢູ່ ປາຣີ ປະຈັນບານກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ ຊາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິຮົ່ງເວີນ ເອກອັກຄະລັດຖະທູດ ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ຄຽງຂ້າງ ສປຊ ໄດ້ຢືນຢັນ ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມແມ່ນ ເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນທຸກຂົງເຂດ ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ; ບົດບາດ ແລະ ການປະກອບສ່ວນຂອງແມ່ຍິງຍາມໃດກໍ່ໄດ້ຖືເປັນສຳຄັນໃນວິວັດການສ້າງປະຊາຄົມອາຊຽນ. ທ່ານນາງ ເອກອັກຄະລັດຖະທູດ ແບ່ງປັນ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງຫວຽດນາມໃນຖານະແມ່ນປະທານ ອາຊຽນ 2020, ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ປະທານ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 ໃນການເພີ່ມທະວີການຮ່ວມມືຊຸກຍູ້ຄວາມສະເຫມີພາບ ລະຫວ່າງຍິງ ຊາຍ ແລະການມອບສິດໃຫ້ແມ່ຍິງ, ພົ້ນເດັ່ນ ແມ່ນການຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ເປັນຄັ້ງທຳອິດ ສຳເລັດຜົນ, ການເຈລະຈາຂັ້ນລັດຖະມົນຕີ ອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ….
ທີ່ກອງປະຊຸມ ບັນດາສະມາຊິກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງຫນ້າ ເປັນເຈົ້າການ ແລະ ທີ່ຕັ້ງບົດບາດນັບມື້ນັບເພີ່ມຂຶ້ນຂອງຫວຽດນາມໃນເວທີສາກົນໃນໄລຍະໃຫມ່. “
 (ແຫຼ່ງຄັດຈາກ VOV)
 
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top