• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງບັນດາຝ່າຍບໍ່ໄດ້ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ

      ຫວຽດນາມ ມີພະຍານຫລັກຖານຄົບຖ້ວນ ແລະພື້ນຖານດ້ານນິຕິກຳ ຢືນຢັນ ອະທິປະໄຕ ສຳລັບໝູ່ເກາະຮ່ວາງຊາແລະ ເຈື່ອງຊາ 
 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  
      ທີ່ການຖະແຫລງຂ່າວອອນລາຍ ຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 14 ພຶດສະພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ສະແດງທັດສະນະຕໍ່ຂ່າວຄາວທີ່ວ່າ ບັນດາເຮືອບິນ KJ – 500 ແລະ KQ - 200 ຂອງຈີນ ປະກົດຕົວຢູ່ ດອນຫີນ ຈື໋ເທີບ ຕາມພາບດາວທຽມຂອງ ISI ກໍ່ຄືການເຄື່ອນໄຫວຂອງກຳປັ່ນຫາປາຈຳນວນຫນຶ່ງຂອງຈີນ ພວມເຕົ້າໂຮມຢູ່ ບາງດອນຫີນຄື ບາເດົ່າ, ແອນເດີດ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ.
ຂ້າພະເຈົ້າຢືນຢັນຄືນວ່າ ຫວຽດນາມ ມີພະຍານຫລັກຖານຄົບຖ້ວນ ແລະພື້ນຖານດ້ານນິຕິກຳ ຢືນຢັນ ອະທິປະໄຕ ສຳລັບໝູ່ເກາະຮ່ວາງຊາແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວຂອງບັນດາຝ່າຍຢູ່ສອງໝູ່ເກາະດັ່ງກ່າວໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແຕ່ບໍ່ມີຄວາມໝາຍ. ໃນສະພາບພາກພື້ນ ແລະ ສາກົນປະຈຸບັນ, ຫວຽດນາມຮຽກຮ້ອງບັນດາຝ່າຍບໍ່ໄດ້ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top