• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສົ່ງເສີມວິສາຫະກິດອັງກິດເຂົ້າມາລົງທຶນຢູ່ຫວຽດນາມ

      ວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Jammes Mayer Sassoon ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Jardine Matheson ຂອງອັງກິດ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ຕ້ອນຮັບທ່ານ Jammes Mayer Sassoon
ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Jardine Matheson 
      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ໄດ້ເນັ້ນໜັກເຖິງການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ຢືນຢັນວ່າ ລັດຖະບານຫວຽດນາມພວມປະຕິບັດບັນດານະໂຍບາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມເງິນເຟີ້, ຊຸກຍູ້ເສດຖະກິດພາກເອກະຊົນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະເໝີພາບ, ອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນໃຫຍ່ຂອງອັງກິດ.
    ສ່ວນທ່ານ Jammes Mayer Sassoon ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Jardine Matheson  ສະແດງຄວາມປະທັບໃຈຕໍ່ບັນດາໝາກຜົນພັດທະນາເສດຖະກິດ-ສັງຄົມຊຶ່ງຫວຽດນາມບັນລຸມາໄດ້ ພ້ອມທັງຕີລາຄາສູງບັນດານະໂຍບາຍປົວແປງສະພາບແວດລ້ອມແຫ່ງການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ. 
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top