• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສົມທົບຢ່າງແໜ້ນແຟ້ນເພື່ອຮັກສາ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ

      ຕອນເຊົ້າວັນທີ 5 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ (PMC) ອາຊຽນ - ນິວຊີແລນ ໄດ້ດຳເນີນຕາມຮູບການທາງໄກ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 (AMM-54) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ນິວຊີແລນຕາມຮູບການທາງໄກ
ໃນວັນທີ 5 ສິງຫາ (ພາບ: ກະຊວງການຕ່າງປະເທດ)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢັ້ງຢືນຄວາມສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ ນິວຊີແລນ ຕໍ່ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ຄວາມຍືນຍົງໃນພາກພື້ນ. ຫວຽດນາມ ສະເໜີໃຫ້ ນິວຊີແລນໜູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດໃນການຮັບມືກັບໂລກລະບາດໂຄວິດ - 19, ສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງທັນການ ແລະ ມີຄວາມສະໝ່ຳສະເໝີ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ຊຸກຍູ້ການຟື້ນຟູເສດຖະກິດ ຜ່ານການຮັກສາຕະຫຼາດເປີດ ແລະ ບັນດາລະບົບສະໜອງ. ຫວຽດນາມ ຫວັງວ່າ ສອງຝ່າຍຈະຍົກສົນທິສັນຍາ AAZNFTA ຂຶ້ນສູ່ລະດັບສູງໃໝ່ ແລະ ປະຕິບັດສຳເລັດສັນຍາການບໍລິການການບິນ ພາກພື້ນ ອາຊຽນ - ນິວຊີແລນ ໂດຍໄວ. ຫວຽດນາມສົ່ງເສີມ ນິວຊີແລນ ໜູນຊ່ວຍ ອາຊຽນຮັດແຄບຊ່ອງຫວ່າງໃນການພັດທະນາ ແລະ ຊຸກຍູ້ການພັດທະນາແບບຍືນຍົງຢູ່ບັນດາອະນຸພາກພື້ນ, ໃນນັ້ນມີແມ່ນ້ຳຂອງ.
        ສ່ວນກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ແລະ ນິວຊີແລນ ໄດ້ແບ່ງປັນຜົນປະໂຫຍດ ແລະ ຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ຢູ່ທະເລຕາເວັນອອກ ໂດຍເປັນເສັ້ນທາງທະເລສຳຄັນຂອງ ໂລກ. ຫວຽດນາມ ຢັ້ງຢືນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບ ທະເລຕາເວັນອອກ. ອາຊຽນຕັ້ງໜ້າພ້ອມກັບ ຈີນ ສ້າງ COC ທີ່ມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top